ສ້າງຄວາມເຂົ້າໃຈໃຫ້ສື່ມວນຊົນລາວ ກ່ຽວກັບວິໄສທັດອາຊຽນ ແລະ ການຄ້າກັບສາກົນ

ຂປລ. ​ເພື່ອ​ໃຫ້​ບັນດາ​ສື່​ມວນ​ຊົນ​ລາວ ​ໄດ້​ເຂົ​້າ​ໃຈ​ເລິກ​ເຊິ່ງ ​ແລະ ຂຽນ​ຂ່າວ​ໄດ​້ຢ່າງ​ຖືກຕ້ອງ​ຊັດ​ເຈນ ​ໃນ​ໄລຍະ​ທີ່ ສປປ ລາວ ​ເປັນ​ປະທານ​ອາ​ຊຽນ​ ​ແລະ ​ເປັນ​ປີ​ທຳ​ອິດທີ່​ອາ​ຊຽນ ກ້າວ​ເຂົ້າ​ສູ່​ການ​ເປ​ັນປະຊາ​ຄົມ, ​ເປັນ​ປີ​ທຳ​ອິດທີ່​ຈັດ​ຕັ້ງ​ປະຕິບັດວິ​ໄສ​ທັດ​ອາ​ຊຽນ ​ແລະ ​ແຜນ​ແມ່​ບົດ​ຂອງ 3 ​ເສົາ​ຄ້ຳ ຄວາມ​ໝັ້ນຄົງ​ທາງ​ດ້ານການ​ເມືອງ, ​ເສດຖະກິດ ​ແລະ ວັດທະນະທຳ-ສັງຄົມ. ​ໃນ​ວັນ​ທີ 5 ກໍລະກົດ 2016 ນີ້ ທີ່​ຫ້ອງການ​ໜັງສືພິມ​ພາສາ​ຕ່າງປະ​ເທດ ​ໄດ້​ຈັດການ​ສຳ​ມະ​ນາ​ຂຶ້ນ ​ເຊິ່ງມີ 2 ຫົວ​ຂໍ້ຄື: ການ​ຫັນ​ວິ​ໄສ​ທັດ​ໃຫ້​ເປັນ​ຮູບ​ປະ​ທຳ ​ເພື່ອ​ຄວາມ​ເຂັ້ມ​ແຂງ​ຂອງ​ປະຊາ​ຄົມ​ອາ​ຊຽນ ​ແລະ ການ​ພົວພັນ​ການ​ຄ້າ​ກັບ​ສາກົນ ຂອງ ສປປ ລາວ​ໃນ​ໄລຍະ​ໃໝ່.

ທ່ານ ສະຫວັນ​ຄອນ ລາຊະ​ມຸນຕີ ຮອງ​ລັດຖະມົນຕີກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທຳ ​ແລະ ທ່ອງ​ທ່ຽວ ​ໄດ້​ກ່າວ​ໃນ​ການ​ສຳ​ມະ​ນາ​ດັ່ງກ່າວວ່າ: 2 ຫົວ​ຂໍ້ ທີ່​ນຳ​ມາສະ​ເໜີ​ໃນ​ການ​ສຳ​ມະ​ນາ​ໃນ​ຄັ້ງນີ້ ​ແມ່ນ​ມີ​ຄວາມ​ສຳຄັນ​ຫລາຍ ​ແລະ ກ່ຽວຂ້ອງ​ກັບ​ສະພາວະ​ຄວາມ​ເປັນ​ຈິງ​ໃນ​ປັດຈຸບັນ ​​ເນື່ອງ​ຈາກ​ວ່າ​ປີ​ນີ້ ສປປ ລາວ ​ໄດ້​ຮັບ​ກຽດ​ເປັນ​ປະທານ​ອາ​ຊຽນ ​ແລະ ຫລາຍໆ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ກັບ​ອາ​ຊຽນ ​ໄດ້​ຈັດ​ຂຶ້ນ​ໃນ ສປປ ລາວ ລວມທັງ​ກອງ​ປະຊຸມ​ລະດັບ​ປະມຸກ​ລັດ​ຂອງ​ປະ​ເທດ​ອາ​ຊຽນ ​ແລະ ປະ​ເທດ​ຄູ່​ຮ່ວມ​ຂອງ​ປະ​ເທດ​ອາ​ຊຽນ ກໍ​ຄື ກ​ອງປະຊຸມ​ສຸດ​ຍອດ​ອາ​ຊຽນ ທີ່​ຈະ​ໄດ້​ຈັດ​ຂຶ້ນ​ໃນ​ເດືອນ​ກັນຍາ ທີ່​ຈະ​ມາ​ເຖິງ​ນີ້ ຢູ່​ນະຄອນຫລວງ​ວຽງ​ຈັນ. ສະ​ນັ້ນ, ​ການ​ສຳ​ມະ​ນາ​​ໃນ​ຄັ້ງ​ນີ້ ຈະ​ເຮັດ​ໃຫ້​ບັນດາ​ນັກ​ຂ່າວ​ຂອງ​ສື່ຕ່າງໆ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ວຽກ​ງານ​ ດັ່ງກ່າວ ​ແລະ ຈະ​ໄດ້​ຮຽນ​ຮູ້​ເພີ່ມ​ຕື່ມ​ອີກ ​ເພື່ອ​ຈະ​ໄດ້​ນຳ​ເອົາ​ຂໍ້​ມູນ​ດັ່ງກ່າວ ​ໄປ​ເຜີຍ​ແຜ່ ​ແລະ ສະໜອງ​ໃຫ້​ສັງຄົມ​ໄດ້​ຢ່າງ​ແຈ່ມ​ແຈ້ງ ​ແລະ ຊັດ​ເຈນ, ທ່ານ​ຮອງ​ລັດຖະມົນຕີ ຍັງ​ໃຫ້​ຮູ້​ຕື່ມ​ວ່າ ສື່​ຂອງ​ລາວ ​ເປັນ​ກະບອກ​ສຽງ​ຂອງ​ພັກ-ລັດ ​​ແລະ ​ເປັນ​ເວທີ​ຂອງ​ມະຫາຊົນ ສະ​ນັ້ນ ​ນັກ​ຂ່າວ​ຕ້ອງ​ຮຽນ​ຮູ້​ຮອບດ້ານ, ຢຶດໝັ້ນ​ຈັນ​ຍາ​ບັນ​ຂອງ​ຕົນ, ໝາຍ​ຄວາມ​ວ່າ ຂ່າວ​ທີ່​ຈະ​ກະຈາຍ​ອອກ​ໄປ​ນັ້ນ ຕ້ອງ​ເລິກ​ແລ​ບ​ແນບ​ນຽນ, ​ແຫລມ​ຄົມ, ມີ​ຂໍ້​ມູນ​  ຈາ​ກຫລາຍ​ແຫ ​ລ່ງ​ທີ່​ຖືກຕ້ອງ, ຊັດ​ເຈນ, ​ເປັນ​ທຳ ​ແລະ ທັນ​ກັບ​ເຫດການ, ພ້ອມ​ນັ້ນ ຂ່າວ​ຕ້ອງ​ມີ​ລັກສະນະ​ຕົວ​ຈິງ, ລັກ​ສະ​ນະ​ຕໍ່ສູ້, ສຶກສາ​ອົບຮົມ ​ແລະ ຊີ້​ນຳ-ນຳພາ​ຢ່າງ​ຖືກຕ້ອງ.

ການ​ສຳ​ມະ​ນາ​ໃນ​ຄັ້ງນີ້ ​ເປັນ​ກຽດ​ເຂົ້າ​ຮ່ວມ ມີ​ ທ່ານ ພົງ​ສະຫວັນ​ ສີ​ສຸລາ​ດ ຫົວໜ້າ​ກົມ​ອາ​ຊຽນ ກະຊວງ​ການ​ຕ່າງປະ​ເທດສະ​ເໜີ​ຫົວ​ຂໍ້ “ການ ​ຫັນ​ວິ​ໄສ​ທັດ​ໃຫ້​ເປັນ​ຮູບ​ປະ​ທຳ ​ເພື່ອ​ຄວາມ​ເຂັ້ມ​ແຂງ​ຂອງ​ປະຊາ​ຄົມ​ອາ​ຊຽນ” ​ແລະ ທ່ານ ​ໄຊຊະນະ ​ໄຊ​ຍະ​ກອນ ຫົວໜ້າ​ກົມ​ການ​ຄ້າ ກະຊວງ​ອຸດສາຫະ ກຳ ​ແລະ ການ​ຄ້າ ສະ​ເໜີ​ຫົວ​ຂໍ້ “ການ​ພົວພັນ​ການ​ຄ້າ​ກັບ​ສາກົນ ຂອງ ສປປ ລາວ​ ໃນ​ໄລຍະ​ໃໝ່” ​ເຊິ່ງ​ເປັນ​ຜູ້​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ ​ແລະ ​ໄດ້​ເຮັດ​ວຽກ​ກ່ຽວ​ກັບ​ວຽກ​ງານ​ດັ່ງກ່າວ ທັງ​ຢູ່​ລາວ ​ແລະ ຕ່າງປະ​ເທດ ມາ​ເປັນ​ເວລາ​ຫລາຍ​ປີ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!