ສູນກາງພັກປະຊາຊົນປະຕິວັດລາວແຈ້ງລັດຖະບານກວດສອບຕົ້ນເຫດໂຄວິດລະບາດໃນ ນວ

ສູນກາງພັກປະຊາຊົນປະຕິວັດລາວໄດ້ອອກແຈ້ງການໃຫ້ລັດຖະບານດຳເນີນການສອບສວນຫາສາເຫດຕົ້ນຕໍຂອງການລະບາດໃຫຍ່ຂອງພະຍາດໂຄວິດ-19 ໃນນະຄອນຫຼວງວຽງຈັນ ເນື່ອງຈາກຜູ້ຕິດເຊື້ອເພີ່ມຈຳນວນຫຼາຍຂຶ້ນໃນໂຮງງານຫຼາຍແຫ່ງ ເຮັດໃຫ້ເຊື້ອໄວຣັສແຜ່ກະຈາຍອອກສູ່ຊຸມຊຸນຫຼາຍຂຶ້ນກວ່າເກົ່າ.

ໃນວັນທີ 20 ກັນຍາຜ່ານມາ, ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວໄດ້ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບສະພາບການ, ທິດທາງ ແລະມາດຕະການແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ພ້ອມທັງຕົກລົງເຫັນດີໃຫ້ມີການດຳເນີນການສອບສວນເພື່ອຊອກຫາສາເຫດຕົ້ນຂອງການແຜ່ລະບາດພາຍໃນນະຄອນຫຼວງວຽງຈັນໃຫ້ຊັດເຈນ.

ອີງຕາມແຈ້ງການຂອງຫ້ອງວ່າການສູນກາງພັກ ເລກທີ 56, ລົງວັນທີ 22 ກັນຍາ ໂດຍໄດ້ເນັ້ນໃຫ້ລັດຖະບານປະສານສົມທົບກັບພາກສ່ວນກ່ຽວຂ້ອງເພື່ອສືບສວນຫາແຫ່ງທີ່ມາ ລວມທັງສາເຫດ ແລະຄວາມຮັບຜິດຊອບຂອງຜູ້ປະກອບການ ແລະພາກສ່ວນກ່ຽວຂ້ອງທີ່ເຮັດໃຫ້ມີການລະບາດໃນຄັ້ງນີ້ ພ້ອມທັງໃຫ້ປິດບັນດາໂຮງງານເພື່ອກວດກາ ແລະປະເມີນຄືນຕໍ່ການປະຕິບັດມາດຕະການທີ່ວາງອອກ ກ່ອນຈະໃຫ້ລັດຖະບານອະນຸຍາດຕາມຄວາມຈຳເປັນ.

ຂໍ້ມູນຈາກ: ໜັງສືພິມ Vientiane Times