ສູດຮັກສາຝ້າທີ່ໃບໜ້າໃຫ້ຫາຍດີພາຍໃນ 1 ເດືອນ

ສຳລັບຄົນໃດທີ່ໜ້າເກີດຝາ ຮັກສາດ້ວຍວິທີໃດກໍ່ບໍ່ເຊົາ ລອງມາໃຊ້ສູດນີ້ເບິ່ງ ສ່ວນປະກອບຫຼັກແມ່ນວັດຖຸດິບຈາກທຳມະຊາດ ຈະບໍ່ສົ່ງຜົນເສຍຕໍ່ຜິວໜ້າຂອງທ່ານຄືກັບສານເຄມີ ອາດຕ້ອງໃຊ້ເວລາ ແລະ ຕ້ອງໄດ້ເຮັດເປັນປະຈຳຕໍ່ເນື່ອງ ແຕ່ຜົນທີ່ໄດ້ຮັບແມ່ນຖືກໃຈທ່ານແນ່ນອນ

ສ່ວນປະກອບມີ : ນ້ຳໝາກນາວ + ນ້ຳໝາກນັດ + ນ້ຳເຜິ້ງ

ວິທີເຮັດແມ່ນນ້ຳໝາກນາວ ແລະ ນ້ຳໝາກນັດຢ່າງລະ 1-2 ບ່ວງ ຈາກນັ້ນກໍ່ຢອດນ້ຳເຜິ້ງລົງເລັກໜ້ອຍ ຄົນທຸກຢ່າງໃຫ້ເຂົ້າກັນຈົນເປັນເນື້ອດຽວ ແລ້ວນ້ຳມາທາໜ້າປະໄວປະມານ 10-15 ນາທີ ແລ້ວລ້າງອອກ ວິຕາມິນຊີໃນນ້ຳໝາກນາວ ແລະ ໝາກນັດຈະຊ່ວຍເຮັດໃຫ້ຝ້າທີ່ໜ້າຈາງອອກໄດ້ ແລະ ນ້ຳເຜິ້ງຈະຊ່ວຍໃຫ້ໜ້າຂອງທ່ານນຸ່ມຊຸ່ມຊື່ນຂຶ້ນ ເຮັດຕິດຕໍ່ກັນປະມານ 1 ເດືອນ ຫຼື ຫຼາຍກວ່ານັ້ນ ແລ້ວທ່ານຈະສັງເກດໄດ້ດ້ວຍຕົວທ່ານເອງ