ສູດລຶບຮອຍສິວ ແລະ ຟື້ນຟູຜິວໜ້າໃຫ້ກັບມາຂາວໃສ

ໃນຄໍລຳຄວາມງາມກັບລາວໂພສມື້ນີ້ ແອັດມິນຈະມາເອົາໃຈຄົນທີ່ມີບັນຫາຮອຍສິວທີ່ໃບໜ້າ ດ້ວຍການມາບອກສູດລຶບຮອຍສິວໃຫ້ຈາງລົງ ຫຼື ຫາຍໄປເລີຍ ເຊິ່ງຈະເຮັດແນວໃດນັ້ນເຮົາມາອ່ານໄປພ້ອມກັນເລີຍ

ພຽງນຳໂຢເກິດຣົດທຳມະຊາດ 1 ບ໋ອງ ມາປະສົມກັບໝາກແຕງທີ່ບົດລະອຽດແລ້ວ ຄົນທັງສອງຢ່າງໃຫ້ເຂົ້າເປັນເນື້ອລະອຽດອັນດຽວກັນ ຈາກນັ້ນກໍ່ນຳມາທາໃສ່ບໍລິເວນທີ່ມີຮອຍສິວ ຫຼື ຈະທາໃສ່ທົ່ວໜ້າກໍ່ໄດ້ ປະໄວ້ປະມານ 20 ນາທີຈິ່ງລ້າງອອກດ້ວຍນ້ຳອຸ່ນ ເຮັດແບບນີ້ເປັນປະຈຳຈະຊ່ວຍເຮັດໃຫ້ຮອຍສິວນັ້ນຄ່ອຍໆຈາງອອກໄປໄດ້ ແລະ ຍັງສາມາດຊ່ວຍໃຫ້ໜ້ານຸ້ມ ແລະ ໃສຂຶ້ນກວ່າເກົ່າອີກດ້ວຍ