ສື່ໄທລາຍງານ ພິທີສູ່ຂັວນເດັກແຝດ 5 ຊາວລາວ 4 ຄົນພ້ອມກັບບ້ານ ອີກ 1 ລໍຖ້າເບິ່ງອາການ

Untitled-2_1

 

ພາບຂ່າວທີ່ຄັດມາຈາກລາຍການເລື່ອງເລົ່າເຊົ້າໜີ້ ທາງໂທລະພາບຊ່ອງ 3 ຂອງໄທ ລາຍງານລ່າສຸດ

ເມື່ອຕອນເຊົ້າຂອງມື້ນີ້ (15 ກໍລະກົດ) ກ່ຽວກັບພິທີການຈັດບາສີສູ່ຂັວນເດັກແຝດ 5 ຄົນ ຂອງຄອບ

ຄົວຊາວລາວ ທີ່ໂຮງໝໍກຸງເທບອຸດອນ ຈາກກໍລະນີທີ່ໄດ້ທຳການຜ່າຕັດໃຫ້ກຳເນີດເດັກແຝດ 5 ຄົນ

ດັ່ງກ່າວ ເມື່ອວັນທີ 25 ມິຖຸນາ 2014 ທີ່ຜ່ານມາ ໂດຍການປະສົມທຽມສຳເລັດເປັນຄັ້ງທຳອິດ ຂອງ

ໂຮງໝໍ ແລະ ຂອງຈັງຫັວດອຸດອນທານີ ຕາມທີ່ສື່ໄທໄດ້ລາຍງານໄປໃນເບື້ອງຕົ້ນ ແລະ ການແຊຣ໌

ດ້ວຍຄວາມຍິນດີຮ່ວມກັນ ຂອງປະຊາຄົມອອນລາຍຊາວລາວ ໃນໄລຍະຜ່ານມາ.

 

Untitled-7_1

 

ໂດຍລ່າສຸດ ລາຍການເລື່ອງເລົ່າເຊົ້ານີ້ ທາງຊ່ອງ 3 ຂອງໄທ ກໍໄດ້ລາຍງານວ່າ ຄະນະແພດຂອງໂຮງໝໍ

ກຸງເທບອຸດອນ ໄດ້ມີການຈັດພິທີບາສີສູ່ຂັວນໃຫ້ແກ່ເດັກແຝດ 5 ຄົນ ເພື່ອໃຫ້ເກີດຄວາມເປັນສິລິ

ມຸງຄຸນ, ມີໂຊກໄຊແກ່ເດັກນ້ອຍ ແລະ ຄອບຄົວ ພ້ອມກັບຈັດການຖະແຫຼງຂ່າວຄວາມຄືບໜ້າອາ

ການຂອງເດັກແຝດທັງ 5 ຄົນອີກດ້ວຍ.

 

ແຫຼ່ງຂ່າວໄດ້ອ້າງເຖິງ ທ່ານໝໍ ທະວັດໄຊ ສີປະພາ ຜູ້ອຳນວຍການໂຮງໝໍກຸງເທບອຸດອນ ໄດ້ເປີດ

ເຜີຍວ່າ ໃນວັນນີ້ທີມແພດໄດ້ພິຈາລະນາແລ້ວເຫັນວ່າ ເດັກແຝດຄົນທີ 1 – 4 ມີຄວາມສົມບູນ ແລະ

ປອດໄພພຽງພໍທີ່ຈະໃຫ້ກັບຄືນສູ່ພູມລຳເນົາທີ່ ສປປ ລາວ, ມີພຽງແຝດຄົນທີ 5 ທີ່ໂຕນ້ອຍ ມີນ້ຳ

ໜັກໜ້ອຍກ່ວາເກນປົກກະຕິ ຈິ່ງຍັງຕ້ອງໃຫ້ນອນພັກໃນຕູ້ອົບ ແລະ ໃຫ້ນົມທາງສາຍຢາງ ຢູ່ໃນ

ພະແນກເດັກເກີດໃໝ່ ຂອງໂຮງໝໍດັ່ງກ່າວ ເພື່ອເຝົ້າເບິ່ງອາການຕໍ່ໄປອີກກ່ອນ.