ສີຫອນ ມີສຸກ ເນັ້ນຄຸນນະພາບຄຳ ບໍລິການລູກຄ້າ

0
1728

ຮ້ານ​ຂາຍ​ຄຳ​ສີ​ຫອມ​ມີ​ສຸກ​ເປັນອີກ​ທາງ​ເລືອກ​ໜຶ່ງ​ສຳ­ລັບ​ລູກ​ຄ້າ​ທີ່​ມີຄວາມ​ສົນ­ໃຈ​ໃນ​ເຄື່ອງ​ປະ­ດັບ​ບໍ່​ວ່າ​ຈະເປັນ​ຄຳ​ຮູບ​ປະ­ພັນ 99,99, ຄຳ​ແທ່ງ, ເຄື່ອງ​ປະ­ດັບ​ເພັດ​ແທ້, ຄຳ​ອີ​ຕາ​ລີ 18k ແລະ​ປະ­ເພດ​ອື່ນໆ​ພິ­ເສດ​ຄື ຈະ​ເນັ້ນ​ຄຸນ​ນະພາບ​ສິນ­ຄ້າ​ບໍ­ລິ­ການ​ແກ່​ລູກ​ຄ້າ​ນອກ​ນີ້ ທາງ​ຮ້ານ​ຍັງ​ຮັບ​ອອກ​ແບບ​ເຄື່ອງ​ປະ­ດັບທຸກ​ປະ­ເພດ​ຕາມ​ທີ່​ລູກ​ຄ້າ​ສັ່ງ ເພື່ອ​ໃຫ້​ສາມາດ​ຕອບ​ສະ­ໜອງ​ຕາມ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ​ໄດ້.
ທ່ານ ວິ­ໄລ​ສັກ ສຸ​ລິ​ຈັນ ເຈົ້າ​ຂອງ​ຮ້ານ​ຄຳ​ສີ ຫອມ​ມີ​ສຸກ ໃຫ້​ສຳ­ພາດ​ວ່າ: ທຸ­ລະ​ກິດ​ຮ້ານ​ຂາຍ​ຄຳ ຂອງ​ຕົນ​ໄດ້​ເປີດ​ໃຫ້​ບໍ­ລິ­ການ​ແກ່​ສັງ­ຄົມ​ມາ​ເກືອບ 10 ປີ​ແລ້ວ ຊຶ່ງ​ໃນ​ເມື່ອ​ກ່ອນ​ໄດ້​ເປີດ​ບໍ­ລິ­ການ​ຢູ່​ຕະຫຼາດ​ເຊົ້າ​ຕຶກ​ເກົ່າ​ຕໍ່​ມາ​ໃນ​ປີ 2011 ຍ້າຍ​ມາ​ຕະ­ຫຼາດເຊົ້າ​ຊອບ​ປິ້ງ​ມໍ ຊຶ່ງ​ເປັນ​ສາ­ຂາ​ທີ 1 ແລະ​ໃນ​ປີ 2014 ໄດ້​ເປີດ​ສາ­ຂາ 2 ທີ່​ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ, ຜ່ານ​ການ​ດຳ­ເນີນ​ທຸ­ລະ​ກິດ​ຕະ­ຫຼອດ​ໄລ­ຍະ​ຜ່ານ​ມາ ເຫັນ​ວ່າ​ໄດ້​ຮັບ​ສຽງ​ຕອບ​ຮັບຈາກ​ລູກ​ຄ້າ​ເປັນ​ຢ່າງ​ດີ ໂດຍ​ບັນ­ດາ​ລູກຄ້າ​ມີ​ແຕ່​ເໜືອ​ຕະ­ຫຼອດ​ໃຕ້ ສ່ວນ​ຫຼາຍ​ແມ່ນຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ.
ຮ້ານ​ຄຳ​ພວກ​ເຮົາ​ທີ່​ມີ​ຜະ­ລິດ​ຕະ​ພັນ ຄຳ​ຫຼາກ​ຫຼາຍ​ລວ­ດລາຍ​ເປັນ­ຕົ້ນ​ຄຳ​ຮູບປະ­ພັນ 99,99, ຄຳ​ແທ່ງ, ເຄື່ອງ​ປະ­ດັບເພັດ​ແທ້, ຄຳ​ອີ​ຕາ​ລີ 18k ແລະ ປະ­ເພດອື່ນໆ ນອກ​ນັ້ນ​ຍັງ​ຮັບ​ອອກ​ແບບ​ເຄື່ອງປະ­ດັບ​ທຸກ​ປະ­ເພດ​ຕາມ​ທີ່​ລູກ​ຄ້າ​ສັ່ງ ເພື່ອເປັນ​ການ​ຕອບ​ໂຈດ​ຄວາມ​ຕ້ອງ­ການຂອງ​ລູກ​ຄ້າ, ພ້ອມ​ດຽວ​ກັນ​ນັ້ນ​ທາງ​ຮ້ານຍັງ​ຮ່ວມ​ມື​ກັບ​ໂຮງ­ງານ​ເພັດ WCG diamond ເພື່ອ​ເອົາ​ຜະ­ລິດ​ຕະ​ພັນ​ເພັດແທ້​ມາ​ຈຳ­ໜ່າຍ​ໃນ​ລາວ.
ທ່ານ ວິ­ໄລ​ສັກ ສຸ​ລິ​ຈັນ ໃຫ້​ຮູ້​ຕື່ມ​ວ່າ: ປະ­ຈຸ​ບັນ​ທາງ​ຮ້ານ​ພວກ​ເຮົາ​ມີ​ໂປຣ​ໂມ​ເຊິນ​ເປັນ­ຕົ້ນ​ຂອງ​ແຈກ​ຂອງ​ແຖມ​ບໍ່​ວ່າຈະ​ເປັນ​ເສື້ອ, ຈອກ​ຂອງ​ແຖມ​ຕ່າງໆ ແລະ​ທຸກໆ​ເດືອນ​ທາງ​ຮ້ານ​ຈະ​ມີ​ການແຈກ​ຄຳ​ເດືອນ​ລະ 1 ສະ­ຫຼຶງ ນອກ​ນັ້ນ ໃນ​ວັນ​ທີ 22 ຕຸ­ລາ 2016 ທີ່​ສູນ​ການຄ້າ​ວຽງ​ຈັນ​ເຊັນ​ເຕີ ທາງ​ຮ້ານ​ຈະ​ມີ​ກິດຈະ​ກຳ​ຈັບ​ສະ­ຫຼັກ​ແຈກ​ໂຊກ 3 ຊັ້ນ​ໃຫ້​ລູກຄ້າ ໂດຍ​ຂອງ​ລາ­ງວັນ​ປະ­ກອບ​ມີ​ແຫວນເພັດ​ແທ້ 1,8 ກະ​ຣັດ, ສາຍ​ຄໍ​ຄຳ, ໂທລະສັບ​ໄອ​ໂຟນ 6s, ຊຳ​ຊຸງ​ກາ​ແລັກ​ຊີ S7 ແລະ​ລາ­ງວັນ​ອື່ນໆ​ຫຼາຍ​ກວ່າ 50 ລາງວັນ ລວມ​ມູນ​ຄ່າ 300 ລ້ານ​ກີບ, ສ່ວນ​ລູກ​ຄ້າ​ທ່ານ​ໃດ​ທີ່​ສົນ­ໃຈ​ກໍ​ສາ­ມາດ​ຮ່ວມ​ກິດຈະ​ກຳ​ໄດ້ພຽງ​ແຕ່ທ່ານ​ຊື້​ສິນ­ຄ້າ​ຄົບ​ທຸກໆ 1 ລ້ານ​ກີບ ແມ່ນ​ຈະ​ໄດ້​ຄູ​ປ່ອງ 1 ອັນ ແລ້ວ​ຂຽນ​ຊື່, ເບີ­ໂທລະ­ສັບ​ປ່ອນ​ລົງ​ກ່ອງຄູ່​ປອງ​ຢູ່​ໜ້າ​ຮ້ານ​ທັງ​ສອງ​ສາ­ຂາ​ທ່ານກໍ​ສາ­ມາດ​ເປັນ​ຜູ້​ໂຊກ​ດີ​ໄດ້.
ທີມາ: ເສດຖະກິດ-ສັງຄົມ