ສີລະປະກອນກອງທັບຣາຊະອານາຈັກກຳປູເຈຍ ສະແດງຮັບໃຊ້ 65 ປີວັນສ້າງຕັ້ງກອງທັບ

ກຸ້ງ

ຄະນະສິລະປະກອນກອງ ທັບແຫ່ງຣາຊະອານາຈັກກຳປູ ເຈຍ ນຳໂດຍທ່ານພົນຕີ ເມົາ ພອນລາ, ຮອງເສນາທິການ, ຫົວໜ້າພະລາທິການກອງທັບ ຣາຊະອານາຈັກກຳປູເຈຍ ໄດ້ມາເຄື່ອນໄຫວສະແດງຢູ່ ສປປ ລາວ ເພື່ອສ້າງບັນຍາ ກາດໃນໂອກາດຄຳນັບຮັບ ຕ້ອນວັນສ້າງຕັ້ງກອງທັບປະ ຊາຊົນລາວຄົບຮອບ 65 ປີ, ໂດຍໄດ້ເປີດສາກການສະ ແດງຄັ້ງທຳອິດຢູ່ຫໍວັດທະນະ ທຳແຫ່ງຊາດ ນະຄອນຫຼວງ ວຽງຈັນ ໃນຄຳ່ຄືນວັນທີ 9 ທັນ ວາ 2013 ນີ້ ໂດຍມີທ່ານນາງ ປານີ ຢາທໍ່ຕູ້, ກຳມະການກົມ ການເມືອງສູນກາງພັກ, ປະ ທານສະພາແຫ່ງຊາດ, ທ່ານ ອາຊາງ ລາວລີ, ກຳມະການ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ທ່ານພົນໂທ ດວງໃຈ ພິຈິດ, ກຳມະການກົມການເມືອງສູນ ກາງພັກ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ, ບັນ ດາການນຳຂັ້ນສູງແຫ່ງ ສປປ ລາວ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ແລະ ມວນຊົນ   ຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມຊົມຢ່າງຄັບ ຄາໜາແໜ້ນ.
ລາຍການສະແດງຂອງສິລະປະກອງທັບຣາຊະອາຈັກ ກຳປູເຈຍ ໃນຄັ້ງນີ້ລວມມີ 11 ລາຍການ, ໃນນີ້ມີຮ້ອງເພງ ລວມໝູ່ຮ້ອງເພງດ່ຽວຍິງ-ຊາຍ, ບົດຟ້ອນ, ບັນດາບົດ ເພງອຳມະຕະ ແລະ ອື່ນໆອີກຫຼາຍລາຍການ, ເຊິ່ງແຕ່ລະລາຍການລ້ວນແຕ່ມີເນື້ອ ໃນທີ່ສະແດງເຖິງຮີດຄອງ ປະເພນີທີ່ງົດງາມອ່ອນຊ້ອນ, ມູນເຊື້ອການຕໍ່ສູ້ ແລະ ຄວາມສາມັກຄີຂອງສອງຊາດລາວ-ກຳປູເຈຍ ທີ່ ເປັນມູນເຊື້ອມາ ແຕ່ບູຮານນະການແຕ່ລະ ລາຍການໄດ້ດຶງດູດໃຈແກ່ ຜູ້ຊົມຢ່າງຄຶກຄື້ນ ມ່ວນຊື່ນ ແລະ ເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະ ພາບອັນດູດດື່ມ ແລະ ເລິກ ເຊິ່ງ.

ທີ່ມາhttp://www.kongthap.gov.la