ສິນລະປິນອິນເດຍກັບໄອເດຍສຸດສ້າງສັນ: ໝວກກັນທະທົບຮູບຊົງໄວຣັສໂຄວິດ-19 ເພື່ອສ້າງຄວາມຕື່ນຕົວໃນທ້ອງຖິ່ນ

ຮູບພາບຈາບສຳນັກຂ່າວ AP

ສຳນັກຂ່າວ CNN ໄດ້ເຜີຍແຜ່ເລື່ອງລາວຂອງຕຳຫຼວດຈາກເມືອງ ເຊັນໃນ(Chennai) ປະເທດ ອິນເດຍ ໄດ້ອອກໄອເດຍສ້າງສັນ ເພື່ອສື່ສານກັບປະຊາຊົນ ໂດຍການໃສ່ໝວກກັນກະທົບທີ່ເປັນຮູບຊົງຂອງພະຍາດໄວຣັສໂຄວິດ-19 ໃນຂະນະທີ່ຕັ້ງດ່ານກວດກາ. ໄອເດຍດັ່ງກ່າວສ້າງຂຶ້ນມາໂດຍສິນລະປິນທ້ອງຖິ່ນ B. Gowtham ເຈົ້າຂອງອົງການສິລະປະ Art Kingdom ເຊິ່ງສິນລະປິນຄົນນີ້ແນ່ເຫັນເຖິງການບໍ່ຕື່ນຕົວເທົ່າທີ່ຄວນຂອງຄົນໃນທ້ອງຖິ່ນ ຕໍ່ການແຜ່ລະບາດ ແລະ ການປ້ອງກັນຈາກໄວຣັສໂຄວິດ-19.
B. Gowtham ໄດ້ກ່າວວ່າຄົນໃນທ້ອງຖິ່ນບໍ່ຄິດເຖິງສຸຂະອະນາໄມຫຼາຍພໍ ແລະ ເຖິງວ່າທາງລັດຖະບານຈະອອກມາດຕະການບໍ່ໃຫ້ປະຊາຊົນອອກນອກບ້ານ ແຕ່ກໍ່ຍັງມີຄົນອອກມາ ໂດຍບໍ່ໄດ້ໃສ່ຫຍັງເພື່ອປ້ອງກັນໄວຣັສນີ້. ສິນລະປິນຄົນນີ້ເລຍສ້າງຜົນງານທີ່ຈະເຮັດໃຫ້ຄົນໃນທ້ອງຖິ່ນຕື່ນຕົວ ແລະ ຢ້ານກົວຕໍ່ການລະບາດຂອງໄວຣັສ ແລ້ວນຳເອົາໄປໃຫ້ຕຳຫຼວດທ້ອງຖິ່ນນຳໃຊ້ໃນຮູບແບບໝວກກັນກະທົບ ເພື່ອເປັນການກະຈາຍຂໍ້ມູນໃນການປ້ອງກັນພະຍາດ, ການເວັ້ນໄລຍະຫ່າງ ແລະ ເຕືອນຜູ້ໃຊ້ຖະໜົນບໍ່ໃຫ້ອອກຈາກບ້ານ ຖ້າບໍ່ມີເຫດຈຳເປັນ.

ຮູບພາບໂດຍ: ສຳນັກຂ່າວ Reuters
ຮູບພາບໂດຍ: ສຳນັກຂ່າວ Reuters

ຈາກສະຖິຕິທີ່ເກັບກຳໂດຍມມະຫາວິທະຍາໄລ Johns Hopkins ລະບຸວ່າໃນຂະນະນີ້ ປະເທດອິນເດຍມີກໍລະນີ້ຜູ້ຕິດເຊື້ອ 1,024 ກໍລະນີ ເສຍຊີວິດ 27 ກໍລະນີ. ທາງການປະເທດອິນເດຍກໍ່ໄດ້ສັ່ງປິດປະເທດເປັນເວລາ 21 ມື້ ໃນວັນທີ 24 ມີນາ ທີ່ຜ່ານມາ.