ສິງກະໂປ ທົດລອງລົດແທັກຊີ້ບໍ່ມີຄົນຂັບ ຄັນທຳອິດຂອງໂລກ ຕັ້ງເປົ້າໃຫ້ບໍລິການ 100​ ຄັນ ໃນປີ 2018

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ສິງຫານີ້ວ່າ ບໍລິສັດ ນູໂຕໂນມີ ແລະ ລັດຖະບານສິງກະໂປ ໄດ້ຮ່ວມກັນພັດທະນາ ໂຣໂບ ແທັກຊີ້ (Robo-Taxi) ຊຶ່ງເປັນລົດແທັກຊີ້ແບບບໍ່ມີຄົນຂັບ ຄັນທຳອິດຂອງໂລກ ໂດຍໄດ້ເປີດທົດລອງຢ່າງເປັນທາງການ ເມື່ອວັນພະຫັດທີ 25 ສິງຫາ 2016 ຜ່ານມານີ້.  ການທົດລອງດັ່ງກ່າວ ໄດ້ເຊີນໃຫ້ປະຊາຊົນ ຂຶ້ນຂີ່ລົດ ໂຣໂບ ແທັກຊີ້ ຊຶ່ງເປັນລົດພະລັງງານໄຟຟ້າ ມິດຊຸບິຊິ i-MiEv ໂດຍບໍ່ເສຍຄ່າ ເພື່ອຮັບຟັງຄວາມຄິດເຫັນ, ໃນນັ້ນ ຈະມີວິສະວະກອນຄົນໜຶ່ງ ນັ່ງຢູ່ຫລັງພວງມະໄລ ເພື່ອສັງເກດການລະບົບ ແລະ ກຽມພ້ອມເຂົ້າຄວບຄຸມທັນທີ ໃນກໍລະນີທີ່ຈຳເປັນ, ບໍລິສັດ ນູໂຕໂນມີ ລະບຸວ່າ ຕັ້ງເປົ້າຈະເປີດໃຫ້ບໍລິການ ລົດໂຣໂບ ແທັກຊີ້ ຢ່າງເປັນທາງການ ແລະ ເຕັມຮູບແບບ ຈຳນວນ 100​ ຄັນ ໃນປີ 2018.

People pass by a nuTonomy self-driving taxi during its public trial in Singapore

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!