ສິງກະໂປຢືນຢັນພົບເຊື້ອຝີດາດລິງເປັນກໍລະນີທຳອິດແລ້ວ

0
791

ສິງກະໂປຢືນຢັນພົບເຊື້ອຝີດາດລິງ ເປັນປະເທດທຳອິດຂອງອາຊີ.

ໃນວັນທີ 22 ມິຖຸນາ 2022 ຈາກການລາຍງານຂອງສຳນັກຂ່າວ ຊີເອັນເອ ລາຍງານວ່າ: ກະຊວງສາທາລະນະສຸກຂອງສິງກະໂປ ລາຍງານການພົບຜູ້ຕິດເຊື້ອພະຍາດຝີດາດລິງ ຫຼື ໝາກສຸກລິງ ເປັນຄົນທຳອິດຂອງປະເທດ ແລະ ເປັນກໍລະນີທຳອິດຂອງອາຊີຕາເວັນອອກສຽງໃຕ້, ໂດຍຜູ້ຕິດເຊື້ອເປັນຜູ້ຊາຍ ສັນຊາດອັງກິດ ອາຍຸ 42 ປີ ເປັນພະນັກງານຕ້ອນຮັບຂອງສາຍການບິນແຫ່ງໜຶ່ງ ເຊິ່ງເດີນທາງມາສິງກະໂປໃນຊ່ວງການເດືອນນີ້.

ປັດຈຸບັນ, ຜູ້ຕິດເຊື້ອກຳລັງຮັກສາຢູ່ສູນຄວບຄຸມພະຍາດຕິດຕໍ່ຂອງສິງກະໂປ, ຂະນະນີ້ ຜົນການສອບສວນພົບວ່າ ມີຜູ້ສຳຜັດໃກ້ສິດຢ່າງໜ້ອຍ 13 ຄົນ ເຈົ້າໜ້າທີ່ກຳລັງຕິດຕາມຕົວໄດ້ຄົບແລ້ວ ແລະ ຕອນນີ້ທຸກຄົນຢູ່ໃນລະຫວ່າງກັກຕົວ 21 ມື້.