ສິງກະໂປມີຜູ້ປ່ວຍເປັນໂລກໄຂ້ເລືອດອອກກວ່າ 11,000 ຄົນ

0
1027

ທາງການສິງກະໂປ ເປີດເຜີຍວ່າ: ໃນຂະນະນີ້ກໍາລັງຮັບມືກັບບັນຫາໄຂ້ເລືອດອອກທີ່ລະບາດຢ່າງຮຸນແຮງ ນັບເປັນເຫດການສຸກເສີນ ໂດຍທາງການສິງກະໂປລະບຸວ່າ: ຍອດຜູ້ປ່ວຍຈາກໂລກໄຂ້ເບືອດອອກ ກຳລັງເພີ່ມຂຶ້ນຢ່າງວ່ອງໄວ ແລະ ເປັນເລື່ອງເລັ່ງດ່ວນທີ່ຕ້ອງຈັດການ.

ພາຍໃນປີີນີນີ້ສິງກະໂປມີຜູ້ປ່ວຍເປັນໂລກໄຂ້ເລືອດອອກແລ້ວກວ່າ 11,000 ຄົນ ເຊິ່ງເພີ່ມຂຶ້ນກວ່າຕອນດຽວກັນຂອງປີທີ່ແລ້ວປະມານ 5,200 ຄົນ.

ຕອນນີ້ຈຳນວນຜູ້້ປ່ວຍຈາກໄຂ້ເລືອດອອກໃນສິງກະໂປ ຍັງຢູ່ໃນລະດັບທີ່ລັດຖະບານສາມາດຮັບມືໄດ້ເພາະຊ່ວງນີ້ຢູ່ໃນຊ່ວງເລີ່ມຕົ້ນຂອງການລະບາດເທົ່ານັ້ນແຕ່ມີໂອກາດທີ່ຍອດຜູ້ເສຍຊີວິດຈະເພີ່ມຂຶ້ນສູງເປັນປະຫວັດການໃນປີນີ້.

ສຳລັບໂລກໄຂ້ເລືອດອອກເປັນໂລກປະຈຳຖິ່ນໃນສິງກະໂປ ແລະ ປີນີ້ມີຜູ້ເສຍຊີວິດຈາກໂລກດັ່ງກ່າວພຽງ 1 ຄົນເທົ່ານັ້ນ ແຕ່ຍອດຜູ້ປ່ວຍຈາກໄຂ້ເລືອດອອກກຳລັງເພີ່ມຂຶ້ນສູງ ດັ່ງນັ້ນທາງການສິງກະໂປຈຶ່ງຮີບເລັ່ງດ່ວນໃນການແກ້ໄຂບັນຫາ.