ສິງກະໂປນຳໃຊ້ຫຸ່ນຍົນໝາແຈ້ງຕົວຜູ້ຄົນໃນສວນສາທາລະນະເວັ້ນໄລຍະຫ່າງ

ສຳນັກຂ່າວຕ່າງປະເທດລາຍງານວ່າ ລັດຖະບານສິງກະໂປ ໄດ້ນຳຫຸ່ນຍົນໝາ ທີ່ມີຊື່ວ່າ ສະປັອດ ເຊິ່ງພັດທະນາໂດຍ ບໍລິສັດ ບອສຕັນ ໃດນາມິກສ໌ ໃນອາເມລິກາມາໃຊ້ໃນການແຈ້ງເຕືອນປະຊາຊົນໃຫ້ເວັ້ນໄລຍະຫ່າງລະຫວ່າງກັນໃນສວນສາທາລະນະ.

ລັດຖະບານສິງກະໂປໄດ້ເລີ່ມໃຊ້ຫຸ່ນຍົນໂຕນີ້ເມື່ອວັນທີ 8 ພຶດສະພາ ທີ່ຜ່ານມາ ໂດຍໜ້າທີ່ຂອງມັນແມ່ນຢ່າງກວດກາໃນຊ່ວງເວລາທີ່ມີຜູ້ໃຊ້ບໍລິການສວນສາທາລະນະໜາແໜ້ນ ເປັນໄລຍະທາງກວ່າ 3 ກິໂລແມັດພ້ອມກັບແຈ້ງເຕືອນດ້ວຍຄຳເວົ້າທີ່ບັນທຶກໄດ້ໃຫ້ປະຊາຊົນເວັ້ນໄລຍະຫ່າງກັນ.

ນອກຈາກນີ້, ກ້ອງທີ່ຕິດຢູ່ຫຼັງຂອງມັນຈະຄອຍນັບຈຳນວນປະຊາຊົນທີ່ຢູ່ບໍລິເວນສວນສາທາລະນະໃນຂະນະນັ້ນອີກດ້ວຍ, ເຊິ່ງລັດຖະບານສິງກະໂປຢືນຢັນວ່າ ກ້ອງດັ່ງກ່າວບໍ່ໄດ້ມີການບັນທຶກພາບຂອງບຸກຄົນ ແລະ ບໍ່ມີການເກັບຂໍ້ມູນກ່ຽວກັບປະຊາຊົນເປັນລາຍບຸກຄົນແຕ່ຢ່າງໃດ.

ດ້ານກະຊວງສາທາລະນະສຸກສິງກະໂປລາຍງານວ່າ ມີຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ຈຳນວນ 876 ຄົນໃນຮອບ 24 ຊົ່ວໂມງທີ່ຜ່ານມາ ສົ່ງຜົນໃຫ້ປັດຈຸບັນ, ສິງກະໂປມີຈຳນວນຜູ້ຕິດເຊື້ອສະສົມທີ່ 23,336 ຄົນ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: posttoday