ສິງກະໂປກຽມຢຸດນັບຕົວເລກຜູ້ຕິດເຊື້ອ Covid-19 ຫວັງນຳປະເທດກັບສູ່ພາວະປົກກະຕິ

CNN : ໃນຂະນະທີ່ຫຼາຍປະເທດໃນພາກພື້ນອາຊີ-ປາຊີຟິກກຳລັງເຄັ່ງຄັດກັບຂໍ້ຈຳກັດຫຼາຍຢ່າງເພື່ອປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງໄວຣັດໂຄໂລນາສາຍພັນໃໝ່, ສິງກະໂປກໍໄດ້ວາງວິໄສທັດໃໝ່ເພື່ອເຮັດໃຫ້ການດຳລົງຊີວິດກັບຄືນສູ່ພາວະປົກກະຕິ ໂດຍກຽມຍົກເລີກນັບຈຳນວນຕົວເລກຜູ້ຕິດເຊື້ອ Covid-19 ພາຍໃນປະເທດ.

ຄະນະສະເພາະກິດເພື່ອການຮັບມືກັບການແຜ່ລະບາດ Covid-19 ຂອງສິງກະໂປ ຈະອະນຸຍາດໃຫ້ຍົກເລີກການລັອກດາວ ແລະ ການຕິດຕາມກຸ່ມສ່ຽງ ພ້ອມອະນຸຍາດໃຫ້ມີການເດີນທາງໂດຍບໍ່ຈຳເປັນຕ້ອງກັກຕົວ ແລະ ສາມາດດຳເນີນກິດຈະກຳຕ່າງໆເປັນກຸ່ມຂະໜາດໃຫຍ່ໄດ້.

ທ່ານ ກັນ ຄິມ ຫຍົງ ລັດຖະມົນຕີກະຊວງການຄ້າຂອງສິງກະໂປ, ທ່ານ ລໍເຣນ ຫວ່ອງ ລັດຖະມົນຕີກະຊວງການເງິນ ແລະ ທ່ານ ອົງເຍ ກຸງ ລັດຖະມົນຕີກະຊວງສາທາລະນະສຸກກ່າວເປັນສຽງດຽວກັນວ່າ: ຂ່າວຮ້າຍກໍຄື Covid-19 ຈະບໍ່ມີວັນຫາຍໄປຈາກໂລກ, ສ່ວນຂ່າວດີນັ້ນກໍຄື ພວກເຮົາສາມາດຢູ່ຮ່ວມກັບມັນໄດ້ຕາມປົກກະຕິ, ທັງສາມາດປ່ຽນການແຜ່ລະບາດຂອງ Covid-19 ໃຫ້ເປັນຄືກັບເຊື້ອພະຍາດອື່ນໆ ເຊັ່ນ ໄຂ້ຫວັດໃຫຍ່ໄດ້.

ແຜນການດັ່ງກ່າວຖືໄດ້ວ່າເປັນແຜນງານທີ່ຊັດເຈນ ທີ່ສາມາດເປັນແບບຢ່າງໃຫ້ກັບປະເທດອື່ນໆ ທີ່ຕ້ອງການກັບສູ່ການດຳລົງຊີວິດທີ່ເປັນປົກກະຕິ ແລະ ກັບມາເປີດການທ່ອງທ່ຽວໄດ້ອີກຄັ້ງ ທັງໃຫ້ຄວາມຫວັງແກ່ປະຊາຊົນທີ່ຢາກກັບມາໃຊ້ຊີວິດແບບປົກກະຕິຢ່າງເຕັມທີ່ ພາຍຫຼັງຕ້ອງມີຊີວິດຢູ່ພາຍໃຕ້ຂໍ້ຈຳກັດມາແລ້ວ 18 ເດືອນ.

ສິ່ງທີ່ຫຼາຍຄົນຈັບຕານັ້ນກໍຄື ສິງກະໂປຈະປະຕິບັດຕາມແຜນໄດ້ ຫຼື ບໍ່, ແຕ່ກຸນແຈສຳຄັນຂອງແຜນການນີ້ກໍຄື ຈຳນວນການສີດວັກຊິນ Covid-19 ໃນສິງກະໂປແມ່ນຈັດຢູ່ໃນອັດຕາສ່ວນສູງພໍສົມຄວນ.

ປັດຈຸບັນ ປະຊາກອນສິງກະໂປກວມ 56% ໄດ້ຮັບການສີດວັກຊິນ Covid-19, ຂະນະທີ່ລັດຖະບານຕັ້ງເປົ້າຈະແຈກວັກຊິນໃຫ້ຄົບ 2 ເຂັມເກີນ 70% ພາຍໃນວັນທີ 9 ສິງຫາເດືອນໜ້ານີ້.

ເຖິງແມ່ນຈະມີແຜນຍູ້ດັນປະເທດກັບມາໃຊ້ຊີວິດປົກກະຕິ, ສິງກະໂປກໍຍັງຈະມີການກວດຫາເຊື້ອ ແລະ ເຝົ້າລະວັງການແຜ່ລະບາດທີ່ເຫັນວ່າຈຳເປັນ ພ້ອມຈະໃຊ້ເຄື່ອງມືກວດພະຍາດໂຄວິດທີ່ມີປະສິດທິພາບ, ພ້ອມກະຕຸ້ນປະຊາຊົນໃຫ້ມີຄວາມຮັບຜິດຊອບຕໍ່ສັງຄົມນຳອີກ.