ສຳຫຼວດຄວາມເປັນໄປໄດ້ໂຄງການພັດທະນາແຫຼ່ງທ່ອງທ່ຽວຄົບວົງຈອນແຄມອ່າງນໍ້າງື່ມ 1

ພິທິລົງນາມການສໍາຫຼວດໂຄງການພັດທະນາແຫຼ່ງທ່ອງທ່ຽວຄົບວົງຈອນແຄມອ່າງນໍ້າງື່ມ 1 ເມືອງແກ້ວອຸດົມ, ແຂວງວຽງຈັນມີຂຶ້ນໃນວັນທີ 11 ມີນາ 2019,​ ລະຫວ່າງທ່ານ ຄໍາສອນ ສູນສະຫວັດ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ຈາງຢາວມິງ ປະທານບໍລິສັດ ຈີນຊິງຫາວຢູນ ການຄ້າຂາເຂົ້າ-ຂາອອກ ຈໍາກັດ, ໂດຍມີທ່ານ ວີດົງ ໄຊຍະສອນ ເຈົ້າແຂວງວຽງຈັນ, ທ່ານ ບຸນເພັງ ສາຍນໍລະສິງ ປະທານສະພາປະຊາຊົນແຂວງ, ພ້ອມດ້ວຍຜູ້ຕາງໜ້າພະແນກການຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການນີ້, ມີພື້ນທີ່ເຂດສໍາຫຼວດຢູ່ແຄມອ່າງນໍ້າງື່ມ 1 ໃນເນື້ອທີ່ທັງໝົດ 20 ເຮັກຕາຢູ່ເມືອງແກ້ວອຸດົມ, ມີໄລຍະເວລາສໍາຫຼວດ 12 ເດືອນໃຫ້ສໍາເລັດ, ໂດຍໃຫ້ຮັບປະກັນຂໍ້ມູນລະອຽດຂອງພື້ນທີ່, ການອອກແບບໂຄງການທັງໝົດ, ການສຶກສາຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ໃຫ້ສອດຄ່ອງຕາມລະບຽບກົດໝາຍ ສປປ ລາວ.

ບໍລິສັດຜູ້ສໍາຫຼວດໃຫ້ຮູ້ວ່າ ໂຄງການນີ້ປະກອບມີ: ເຂດທີ່ພັກອາໄສ, ໂຮງແຮມ, ສູນອາຫານ, ເຂດການຄ້າ, ການບັນເທິງ ແລະ ສິ່ງອໍານວຍຄວາມສະດວກອື່ນໆ, ເພື່ອຮອງຮັບບໍລິການນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ມີຄຸນນະພາບ, ທັງເປັນບ່ອນສ້າງວຽກເຮັດງານທໍາ, ສ້າງອາຊີບ ແລະ ສ້າງລາຍຮັບໃຫ້ປະຊາຊົນທ້ອງຖິ່ນ ກໍຄືປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງເປັນຢ່າງດີ.

 

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ