ສາເຫດ ແລະ ຜົນກະທົບຂອງ pm2.5

0
548

ຢ່າງທີ່ຮູ້ກັນດີວ່າ: pm2.5 ຄືຝຸ່ນທີ່ມີຂະນາດນ້ອຍກວ່າ 2.5 ໄມຄລອນທີ່ບໍ່ສາມາດເບິ່ງເຫັນໄດ້ໂດຍຕາເປົ່າ ເຊິ່ງມີຫຼາຍສາເຫດໄດ້ແກ່:

1. ຄວັນພິດຈາກທໍ່ລົດ ເຊິ່ງຖືວ່າເປັນສາເຫດຫຼັກ
2. ຄວັນໄຟ ແລະ ຂີ້ຝຸ່ນທີ່ເກີດຈາກການຈູດເຊັ່ນ: ການເຜົາປ່າ, ການເຜົາຫຍ້າ
3. ຂີ້ຝຸ່ນຈາກອຸດສາຫະກໍາແລະການກໍ່ສ້າງ

ດັ່ງນັ້ນເປັນຫຍັງປະລິມານຝຸ່ນ pm2.5 ມັກຈະເພີ່ມຂຶ້ນໃນຊ່ວງປາຍປີ ເນື່ອງ​ຈາກ​ສະ​ພາບ​ອາ​ກາດທີ່ຄົງທີ່​ ລົມ​ບໍ່​ໄດ້​ພັດ​ສະ​ນັ້ນ​ບໍ່​ມີ​ການ​ໄຫຼ​ວຽນ​ຂອງ​ອາ​ກາດ​, ເຮັດໃຫ້ປະລິມານຂອງ pm2.5 ທີ່ຖືກປ່ອຍອອກມາທຸກໆມື້ແລະ ສະສົມຫຼາຍຂຶ້ນ ຈົນຮອດລະດັບທີ່ເປັນພິດຕໍ່ຮ່າງກາຍ ດັ່ງນັ້ນພວກເຮົາຈະພົບບັນຫາ pm2.5 ໃນລະຫວ່າງເດືອນພະຈິກຫາເດືອນກຸມພາຂອງທຸກໆປີ.

ຜົນກະທົບຂອງ pm2.5 ຕໍ່ຮ່າງກາຍຂະໜາດຂອງ pm2.5 ແມ່ນມີຂະໜາດນ້ອຍຫຼາຍ, ເຮັດໃຫ້ມັນຜ່ານເຂົ້າສູ່ຮ່າງກາຍ ແລະ ກະແສເລືອດ ເຮັດໃຫ້ເກີດການອັກເສບຂອງອະໄວຍະວະພາຍໃນຕ່າງໆຂອງຮ່າງກາຍໂດຍກົງ ຈົນກ່ວາເຮັດໃຫ້ເກີດອາການຜິດປົກກະຕິໃນຫຼາຍລະບົບ, ຕັ້ງແຕ່

ລະບົບຫາຍໃຈ: ແສບດັງ, ຄັນດັງ, ນ້ຳມູກໄຫຼ, ໄອ, ແໜ້ນຫນ້າເອິກ, ອາການແພ້.
ລະບົບຜິວຫນັງ: ຕຸ່ມຜື່ນ, ຜື່ນແດງ
ລະບົບຕາ ແສບຕາ, ເຄືອງຄາຍ, ຕາແດງ, ນ້ຳຕາໄຫຼ

ນອກຈາກນັ້ນ, ການທີ່ຮ່າງກາຍໄດ້ຮັບ pm2.5 ເປັນເວລາດົນນານຈະເຮັດໃຫ້ການອັກເສບຂອງຈຸລັງໃນຮ່າງກາຍ, ເພີ່ມຄວາມສ່ຽງຂອງຄວາມລົ້ມເຫຼວຂອງຫົວໃຈ ແລະ ຖືວ່າເປັນສານກໍ່ມະເຮັງທີ່ເຮັດໃຫ້ເກີດມະເຮັງປອດ.

ທີ່ມາ: ໂຮງໝໍກຸງເທບຄິດຕຽນ