ສາເຫດທີ່ເຮັດໃຫ້ “ເນມາຣ໌” ຕັດສິນໃຈຍ້າຍໄປຮ່ວມທີມ “ເປແອສເຊ”

ມາຕີເຢ່ ອະດີດກອງຫຼັງທີມຊາດຝຣັ່ງ ແລະ ບາເຣນເຊຍ ຮວມເຖິງ ບາຣເຊໂລນາ ອອກມາເຜີຍໃຫ້ສື່ຟັງເຖິງສາມເຫດທີ່ເຮັດໃຫ້ ເນມາຣ໌ ດາວເຕະໄວອາຍຸ 25 ປີ ທີມຊາດບຣາຊິລ ຕັດສິນໃຈຢ້າຍໄປຮ່ວມທີມ “ເປແອສເຊ” ປາຣີສ ແຊງແຊກແມງ ໂດຍເຜີຍວ່າ ກໍລະນີທີ່ ເນມາຣ໌ ອອກຈາກບຣາຊ່າ ເພາະເຂົາເປັນເບີສອງ ຮອງຈາກ ເມສຊີມາຕະຫຼອດ ແລະ ເຂົາຕ້ອງການບັນລັງດໍຣ

“ການມີເມສຊີ ຢູ່ໃນທີມ ບຣາຊ່າ ມັນເບິ່ງເປັນເລື່ອງຍາກເກີນໄປສຳລັບເຂົາ ແນ່ນອນວ່າເຂົາຈະມີໂອກາດຄວ້າຕຳແໜ່ງບັນລັງດໍຣຫຼາຍຂຶ້ນເມື່ອເຂົາຢູ່ກັບທີມ ປາຣີສ ເພາະເຂົາຄືຄົນສຳຄັນຂອງທີມ”