ສາເຫດຂອງການເກີດເນື້ອງອກໃນສະໝອງ

0
1917

ເນື້ອງອກໃນສະໝອງຄືອາການທີ່ເກີດຂຶ້ນໃນສະໝອງ ຫຼືພະຍາດທີ່ເກີດຂຶ້ນໃນສະໝອງ, ເປັນພະຍາດໜຶ່ງທີ່ຮ້າຍແຮງ ເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ທີ່ເປັນພະຍາດນີ້ທີ່ສຸດ ເພື່ອຫຼີກລຽງການເປັນ ເຮົາມາຮູ້ຈັກສາເຫດຂອງການສ່ຽງ ເພື່ອຈະໄດ້ຫຼີກລຽງທັນ

  1. ເກີດຈາກກຳມະພັນ ເນື້ອງອກບາງຊະນິດ ເກີດຈາກຄອບຄົວທີ່ພໍ່ແມ່ ຫຼືຍາດຕິພີ່ນ້ອງ ເຄີຍເປັນແລ້ວມາ ບາງຄັ້ງລູກຫຼານກໍຈະເປັນ, ແຕ່ວ່າກໍມີໂອກາດໜ້ອຍທີ່ສຸດ ແລະກໍເປັນໂອກາດສູງກວ່າຄົນປົກກະຕິເທົ່ານັ້ນ
  2. ຈາກສິ່ງແວດລ້ອມເຊັ່ນ: ໄດ້ຮັບສານເຄມີຕ່າງໆ, ຈາກຄື່ນແມ່ເຫຼັກໄຟຟ້າ, ການສານລັງສີສະໝອງໃນຕອນຍັງເດັກນ້ອຍ, ຈາກສານພິດຈາກໂຮງງານກັ່ນນໍ້າມັນ, ສານພິດຈາກໂຮງງານເປັນຕົ້ນ
  3. ດ້ານອາຍຸ ພົບວ່າຜູ້ທີ່ມີອາຍຸສູງ ຈະມີຄວາມສ່ຽງ ຕໍ່ການເປັນມະເຮັງສະໝອງ ກວ່າເດັກນ້ອຍ
  4. ເກີດຈາກການເປັນມະເຮັງຕ່າງໆ ເຊິ່ງກ່ຽວພັນກັນ ຈະເຮັດໃຫ້ມີໂອກາດສູງທີ່ຈະເປັນເນື້ອງອກໃນສະໝອງ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ