ສານ​ຕັດ­ສິນ​ປະ­ຫານ​ຊີ­ວິດສອງ​ສ່ຽວ​ໃນ​ສະ­ຖານ​ຄ້າ​ຢາ​ເສບ​ຕິດ

1
17685

ວັນ​ທີ 6 ເມ­ສາ​ຜ່ານ​ມາ, ຄະ­ນະ​ສານ​ອາ­ຍາ​ສານ​ປະ­ຊາຊົນ​ຂັ້ນ​ຕົ້ນ ນະ­ຄອນ­ຫຼວງ​ວຽງ​ຈັນ​ໄດ້​ຕັດ​ສີນ​ປະ­ຫານ​ຊີ­ວິດ ທ້າວ ສື​ລໍ່ ອາ­ຍຸ 46 ປີ ຢູ່ບ້ານ​ໜອງ​ໜ້ຽວ ເມືອງ​ສີ​ໂຄດຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ທ້າວ ຢືນ​ຍົງ ຫຼື ກົງ​ກື ອາ­ຍຸ 41 ປີ ຢູ່ບ້ານ​ຜາ​ໂດ ເມືອງ​ແມ່​ສອດ ແຂວງ​ຕາກ (ປະ­ເທດ​ໄທ) ໃນ​ສະ­ຖານ​ຄ້າ­ຂາຍ​ຢາ ເສບ​ຕິດ­ຕາມ​ມາດ­ຕາ 146 ຂໍ້ 2 ວັກ ວັກ 4 ຂອງ​ກົດ­ໝາຍ​ອາ­ຍາ.

ໃນ​ສຳ­ນວນ​ຄະ­ດີ​ມີ​ຢູ່​ວ່າ: ຕົ້ນ​ເດືອນຕຸ­ລາ 2015 ທ້າວ ດ້າ ໄດ້​ມາ​ຖາມ​ຊື້​ຢາ ເຮ​ໂລ​ອິນ​ນຳ ທ້າວ ສື່​ລໍ່ (ຈຳ­ເລີຍ 1) ຈຳນວນ​ຫຼາຍ. ຫຼັງ​ຈາກ​ນັ້ນ, ທ້າວ ສື​ລໍ່ (ຈຳເລີຍ 1) ໄດ້​ໂທລະ­ສັບ​ຫາ​ທ້າວ ຢືນ​ຢົງ (ຈຳ­ເລີຍ 2) ວ່າ​ມີ​ເຖ​ົ້າ​ແກ່​ຢູ່​ປະ­ເທດ​ລາວຕ້ອງ­ການ​ຢາ​ເຣ​ໂລ​ອີນ​ຈຳ­ນວນ​ຫຼາຍ. ມາວັນ​ທີ 10 ພຶດ­ສະ­ພາ 2014 ທ້າວ ຢຶນຢົງ (ຈຳ­ເລີຍ 2) ແລະ​ນາງ ວາ​ແຊ້​ມາ (ແຟນ​ສາວ) ເຂົ້າ​ມາ​ລາວ ແລ້ວ­ໄປພັກ​ເຊົາ​ຢູ່​ໂຮງ­ແຮມ​ແຫ່ງ​ໜຶ່ງ. ຈາກ​ນັ້ນ, ວັນ​ທີ 11 ພຶດ­ສະ­ພາ 2014 ຈຳ­ເລີຍ 1 ໄດ້​ຂີ່​ລົດ​ຕູ້​ມາ​ຮັບ​ເອົາ​ຈຳ­ເລີຍ​ສາວ​ກັບແຟນ​ສາວ ໄປ​ຫາ​ທ້າວ ດ້າ ( ຊຶ່ງ​ເປັນ ເຖົ້າ​ແກ່​ສັ່ງ​ຊື້​ຢາ​ບ້າ) ພໍ​ໄປ​ຮອດ​ທ້າວ ດ້າ ຕ້ອງ­ການ​ເບິ່ງ​ຕົວ­ຢ່າງ​ຢາ​ບ້າ​ກ່ອນ. ຈາກນັ້ນ, ທ້າວ ຢືນ​ຍົງ ຈຶ່ງ​ໄດ້​ໂທລະ­ສັບ​ຫາທ້າວ ລີ່​ຟຸ່ງ ເປັນ​ຄົນ​ສັນ­ຊາດ​ຈີນ​ທີ່​ພັກເຊົາ​ຢູ່​ແຂວງ​ຊຽງ​ລາຍປະ­ເທດ​ໄທ ແລ້ວທ້າວ ລີ່​ຟຸ່ງ ໄດ້​ບອກ​ໃຫ້​ໄປ​ລໍ­ຖ້າ​ຢູ່​ເຂດບ້ານ​ທ່າ​ດີນ​ແດງ ແລ້ວ​ຈະ​ມີ​ຄົນ​ເອົາ​ຢາມາ​ໃຫ້​ເບິ່ງ. ຈາກ​ນັ້ນ, ຈຳ­ເລີຍ 1 ແລະ ຈຳ­ເລີຍ 2 ໄດ້​ຂີ່​ລົດ​ໄປ​ຕາມ​ຈຸດ​ນັດ​ໝາຍ. ສ່ວນ​ນາງ ວາ​ແຊ້​ມາ ແລະ​ນາງ ຊົນ​ທິລາ ໄດ້​ລໍ­ຖ້າ​ຢູ່​ໂຮງ­ແຮມ ພໍ​ໄປ​ຮອດ​ໄດ້ ປະ­ມານ 45 ນາ­ທີ ໄດ້​ມີ​ຊາຍ​ອາ­ຍຸ​ປະມານ 36 ປີ ຂີ່​ລົດ­ຈັກ​ມາ​ພ້ອມ​ກັບ​ຢາ​ເຮໂລ​ອິນ ຈຳ­ນວນ 2 ແທ່ງ ແລ້ວ​ເຫັນ​ວ່າເປັນ​ຢາ​ທີ່​ຕ້ອງ­ການ ຈິ່ງ​ພາ­ກັນ​ກັບ​ໄປ ເຮືອນ​ພັກ.  ມາ​ວັນ​ທີ 10 ພຶດ­ສະ­ພາ 2015 ຈຳ­ເລີຍ 1, ຈຳ­ເລີຍ 2, ນາງ ວາແຊ້​ມາ ແລະ​ນາງ ຊົນ​ທິ​ລາ ໄດ້​ພາ­ກັນຂີ່​ລົດ​ໄປ​ເບິ່ງ​ເງິນ​ນຳ​ທ້າວ ດ້າ ຢູ່​ບ້ານ​ໄຊສົມ­ບູນ ເຫັນ​ວ່າ​ມີ​ເງິນ​ແທ້ ແລ້ວ​ຖາມ ທ້າວ ດ້າ ວ່າ​ຕ້ອງ­ການ​ຢາ​ເຮ​ໂລ​ອິນ ຈຳນວນ 30 ຄູ່ ເທົ່າ​ກັບ 60 ແທ່ງ ເມື່ອ ຕົກ­ລົງ​ກັນ​ແລ້ວ ຈຶ່ງ​ພາ­ກັນ​ແຍກ​ທາງ.

ມາ​ຮອດ​ເວ­ລາ​ປະ­ມານ 15:00 ໂມງທ້າວ ດ້າ ໄດ້​ໂທລະ­ສັບ​ສັ່ງ​ຊື່​ຢາ​ເຮ​ໂລ​ອິນ ອີກ​ຈຳ­ນວນ 4 ຄູ່ ລ່ວມ​ເປັນ ຈຳ­ນວນ 68 ແທ່ງ. ຈາກ​ນັ້ນ, ຈຳ­ເລີຍ 2 ໂທ ຫາ​ທ້າວ ລິ່​ຟຸ່ງ ບອກ​ໃຫ້​ເອົາ​ຢາ​ມາ​ສົ່ງ ໃຫ້​ຢູ່​ບ້ານ​ທ່າ​ດີນ​ແດງ ຮ່ອມ 4 ແລ້ວ​ຈະ ເຫັນ​ສັນ­ຍາ​ລັກ​ເປັນ​ຍອດ​ໄມ້​ວາງ​ໄວ້​ຕໍ່ໜ້າ​ເຮືອນ ຫຼັງ​ຈາກ​ນັ້ນ, ທ້າວ ສື​ລໍ່ (ຈຳ­ເລີຍ 1) ແລະ​ທ້າວ ຢືນ​ຍົງ (ຈຳ ເລີຍ 2) ໄດ້​ໄປ​ຮັບ​ເອົາ​ຢາ​ເຮ​ໂລ​ອິນ ຢູ່ຕາມ​ຈຸດ​ນັດ​ພົບ ເມື່ອ​ຮອດ​ໄດ້​ມີ​ຊາຍ 2 ຄົນ ເອົາ​ຢາ​ບ້າ​ມາ​ສົ່ງ​ໃຫ້​ຈຳ­ນວນ 48 ແທ່ງ ພາຍ­ຫຼັງ​ໄດ້​ຢາ​ບ້າ​ແລ້ວ ກໍ​ນຳສົ່ງ​ໃຫ້​ທ້າວ ດ້າ ຢູ່​ເຮືອນ​ພັກ​ພໍ​ໄປ​ຮອດ ຈິ່ງ​ໄດ້​ຖືກ​ກັກ​ຕົວ​ພ້ອມ​ຂອງ​ກາງ​ດັ່ງກ່າວ.

ທີ່ມາ:logo

1 COMMENT

  1. ການກະທຳຜິດຮ້າຍແຮງສົມຄວນເຮັດເປັນແບບຢ່າງ

Comments are closed.