ສານສັ່ງຈຳຄຸກ 35 ປີ ອະດີດປະທານາທິບໍດີຍິງຄົນທຳອິດຂອງເກົາຫຼີໃຕ້

ເວັບໄຊຂ່າວ dailynews ລາຍງານ ເມື່ອວັນທີ 20 ພຶດສະພານີ້ວ່າ ນາງ ພັກ ກຶນ ເຮ Park Geun-hye ອະດີດປະທານາທິບໍດີຍິງຄົນທຳອິດຂອງເກົາຫຼີໃຕ້ ທີ່ຖືກຖອດຖອນອອກຈາກຕໍ່າແໜ່ງໃນເດືອນທັນວາ 2016 ໃນຂໍ້ກ່າວຫາສົມຮູ້ຮ່ວມຄິດກັບເພື່ອນສະໜິດຮັບສິນບົນຈາກກຸ່ມທຸລະກິດຂະໜາດໃຫຍ່ຂອງປະເທດ ເພື່ອແລກກັບຜົນປະໂຫຍດຈາກລັດຖະບານ.

ນາງ ພັກ ກຶນ ເຮ ຖືກດຳເນີນຄະດີໃນຂໍ້ຫາທຸຈະລິດ ແລະ ສານຕັດສິລົງໂທດຈຳຄຸກ 32 ປີ ໃນຂໍ້ຫາຮັບສິນບົນ ໃຊ້ອຳນາດໜ້າທີ່ໂດຍບໍ່ຊອບທຳ, ລະເມີດກົດໝາຍເລືອກຕັ້ງ ແລະ ຮັບເງິນຈາກສຳນັກງານຂ່າວກອງເກົາຫຼີໃຕ້ ແຕ່ສານມີຄຳສັ່ງໃຫ້ແຍກຂໍ້ກ່າວຫາຮັບສິນບົນ ໃຫ້ພິຈາລະນາຄະດີໃໝ່ ເຊິ່ງໃນລະຫວ່າງການຖະແຫຼງປິດຄະດີ ໃນສານນະຄອນຫຼວງໂຊ ເມື່ອວັນພຸດ ໄອຍະການສະເໜີໃຫ້ສານລົງໂທດຈຳຄຸກເປັນເວລາ 35 ປີ ແລະ ເພີ່ມໂທດປັບໄໝຈາກ 20,000 ລ້ານວອນ ເປັນ 33,300 ລ້ານວອນ.

 

ຮຽບຮຽງຂ່າວ: ພຸດສະດີ