ສານມຽນມາຕັດສິນ ຈໍາຄຸກ ອອງຊານຊູຈີ ລວມເປັນເວລາ 4 ປີ

0
1462

ເມື່ອວັນທີ 10 ມັງກອນ 2022 ສໍານັກຂ່າວ Channelnewsasia ລາຍງານ ອອງຊານຊູຈີ ປະທານພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ອາດີດຜູ້ນໍາລັດຖະບານໃນມຽນມາ ຖືກສານມຽນມາຕັດສິນຈໍາຄຸກ ເມື່ອວັນທີ 10 ມັງກອນ 2022 ເຫດກະທໍາຄວາມຜິດໃນຄະດີອາຍາ 3 ຂໍ້ຫາ ແລະ ຕ້ອງຖືກຈໍາຄຸກເປັນເວລາ 4 ປີ.

ຈາກການເປີດເຜີຍຂໍ້ມູນຂອງກຸ່ມສັງເກດການໃນມຽນມາ ໃຫ້ຮູ້ວ່າ 2 ຂໍ້ຫາທີ່ ອອງຊານຊູຈີ ຖືກຕັດສິນເຮັດຄວາມຜິດນັ້ນ ແມ່ນກ່ຽວຂ້ອງກັບການນໍາເຂົ້າ ແລະ ຄອບຄອງວິທະຍຸສື່ສານ ໂດຍຜິດກົດໝາຍ ສ່ວນອີກຂໍ້ຫາໜຶ່ງຄື ການລະເມີດຄໍາສັ່ງປ້ອງກັນການລະບາດຂອງພະບາດ ໂຄວິດ-19.

ກ່ອນໜ້ານີ້ ວັນທີ 6 ທັນວາ 2021 ອອງຊານຊູຈີ ເຊິ່ງຖືກລັດຖະບານທະຫານນໍາໂດຍ ມິນອ່ອງລາຍ ຄວບຄຸມໂຕ ຫຼັງກໍ່ລັດຖະບານຍຶດອໍານາດລັດຖະບານທີ່ມຂາກການເລືອກຕັ້ງເມື່ອວັນທີ 1 ກຸມພາ 2021 ນັ້ນ ໄດ້ຖືກສານໃນມຽນມາຕັດສິນຄວາມຜິດ 2 ໃນ 11 ຂໍ້ຫາ ໄດ້ແກ່ ຂໍ້ຫາຍຸຍົງ ແລະ ລະເມີດມາດຕະການປ້ອງກັນການແຜ່ລະບາດຂອງໂຄວິດ-19 ຕ້ອງໂທດຈໍາຄຸກຂໍ້ຫາະ 2 ປີ ລວມເປັນເວລາ 4 ປີ.