ສານທະຫານຈີນ ຈຳຄຸກຕະຫລອດຊີວິດ ກົວ ປົວສົງ ອະດີດນາຍພົນໃຫຍ່ກອງທັບ ຂໍ້ຫາຮັບສິນບົນ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ກໍລະກົດນີ້ວ່າ ໃນວັນຈັນທີ 25 ກໍລະກົດ 2016 ຜ່ານມານີ້ ສານທະຫານຈີນ ໄດ້ພິພາກສາລົງໂທດ ທ່ານ ກົວ ປົວສົງ ອາຍຸ 74 ປີ ອະດີດຮອງປະທານ ຄະນະກຳມະການການທະຫານສູນກາງ (Central Military Commission /CMC) ຂອງຈີນ ໃນຂໍ້ກ່າວຫາ ຮັບເງິນສິນບົນມູນຄ່າລວມ 80 ລ້ານຢວນ ເພື່ອແລກກັບການແຕ່ງຕັ້ງຍົກຍ້າຍ ຕຳແໜ່ງທາງການທະຫານ ພາຍໃນກອງທັບຈີນ ເຮັດໃຫ້ທ່ານໄດ້ຖືກສຳຫລວດກວດກາ ແລະ ລົງວິໄນໄລ່ອອກຈາກການເປັນສະມາຊິກ ພັກກອມມູນິດຈີນ ແລ້ວກັກຕົວເພື່ອດຳເນີນການສອບສວນ ຈົນຖືກຄະນະໄອຍະການທະຫານຈີນ ສັ່ງຟ້ອງຂຶ້ນສານທະຫານ ແລະ ຖືກພິພາກສາຮັບໂທດດັ່ງກ່າວ.

ແຫລ່ງຂ່າວໄດ້ລະບຸວ່າ ທ່ານ ກົວ ປົວສົງ ເປັນເຈົ້າໜ້າທີ່ກອງທັບລະດັບສູງສຸດ ທີ່ຖືກດຳເນີນຄະດີ ພາຍໃຕ້ນະໂຍບາຍປາບປາມການສໍ້ລາດບັງຫລວງ ຂອງສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ແລະ ປະທານປະເທດຈີນຄົນປັດຈຸບັນ, ພ້ອມດຽວກັນນັ້ນ ທ່ານຍັງເປັນນາຍພົນລະດັບສູງສຸດຄົນທຳອິດ ທີ່ຖືກຕັ້ງຂໍ້ກ່າວຫາສໍ້ລາດບັງຫລວງ ນັບຕັ້ງແຕ່ກໍ່ຕັ້ງປະເທດ ສາທາລະນະລັດປະຊາຊົນຈີນ ເມື່ອປີ 1949 ເປັນຕົ້ນມາ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!