ສາທາເຕືອນ! ໄລຍະນີ້ໄຂ້ຍຸງລາຍລະບາດໜັກສະເພາະມື້ດຽວພົບຜູ້ຕິດເຊື້ອ 41 ຄົນ

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ເຕືອນວ່າໄລຍະນີ້ແມ່ນຢູ່ໃນຊ່ວງລະດູຝົນ, ຈຶ່ງເຮັດໃຫ້ເກີດການລະບາດຂອງພະຍາດໄຂ້ຍຸງລາຍ ຢູ່ປະເທດເຮົາ, ສະເພາະມື້ດຽວ ຄືວັນທີ 29 ກັນຍາ 2020 ພົບຜູ້ຕິດເຊື້ອ ຈໍານວນ 41 ກໍລະນີ ແລະ ນັບແຕ່ວັນທີ 1 ມັງກອນ 2020-29 ກັນຍາ 2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 6.812 ຄົນ.

ໃນນີ້, ແຂວງທີ່ມີການລາຍງານຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ມີ 1.585 ຄົນ, ຖັດລົງມາແມ່ນ ແຂວງບໍລິຄຳໄຊ ມີ 753 ຄົນ, ບໍ່ແກ້ວ 680 ຄົນ ແລະ ແຂວງວຽງຈັນ 664 ຄົນ. ຕົວເລກຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ ມີທັງໝົດ 12 ຄົນ. ຢູ່ນະຄອນຫຼວງວຽງຈັນ 4 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 2 ຄົນ, ໄຊຍະບູລີ, ຊຽງຂວາງ, ສະຫວັນນະເຂດ ແລະ ແຂວງຜົ້ງສາລີ ມີແຂວງລະ 1 ຄົນ.

ດັ່ງນັ້ນ, ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຈຶ່ງໄດ້ແນະນຳວ່າ: ເພື່ອທຳລາຍແຫຼ່ງເພາະພັນຂອງຍຸງ, ຂໍຮຽກຮ້ອງມາຍັງປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງທຸກຂັ້ນ ຮ່ວມແຮງຮ່ວມໃຈ ໃນການປະຕິບັດ 5ປ ຢ່າງເຄັ່ງຄັດໃຫ້ເປັນປະຈຳ, ຖ້າເປັນໄຂ້ ໃຫ້ຮີບຮ້ອນໄປພົບແພດໝໍ, ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ຮັບການປິ່ນປົວຢ່າງທັນການ.

ຮຽບຮຽງຂ່າວ: ພຸດສະດີ