ສາທາຫາລື! ກຽມສໍາຫຼວດອັດຕາການຕິດເຊື້ອ HIV ໃນກຸ່ມສາວບໍລິການ

ໜັງສືພິມວຽງຈັນທາຍ ໄດ້ລາຍງານວ່າ: ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ (ພຕພ), ກະຊວງສາທາລະນະສຸກ ກຽມສໍາຫຼວດອັດຕາການຕິດເຊື້ອ ເຮສໄອວີ ໃນກຸ່ມສ່ຽງ ໂດຍສະເພາະສາວບໍລິການ ຢູ່ຮ້ານກິນດື່ມ, ຮ້ານອາຫານ, ບັນເທີງຕ່າງໆໃນຂອບເຂດທົ່ວປະເທດ.

ສູນຕ້ານເອດ ແລະ ພຕພ ໄດ້ຈັດກອງປະຊຸມວາງແຜນ ແລະ ປຶກສາຫາລືກ່ຽວກັບການກະກຽມດັ່ງກ່າວ ເປັນເວລາ 4 ວັນນັບແຕ່ວັນທີ 29 ກັນຍາ ຫາ 2 ຕຸລາ 2020 ຢູ່ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ທ່ານ ດຣ. ສີສະຫວາດ ສຸດທະນີລາໄຊ, ຫົວໜ້າສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ທ່ານ ດຣ. ພູທອນສຸດທະລັກ ນອກນັ້ນຍັງມີຄະນະວິຊາການຈາກແຂວງບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ, ນະຄອນຫຼວງວຽງຈັນ, ສະຫວັນນະເຂດແລະ ຈໍາປາສັກ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ເພື່ອກຽມວາງແຜນໃນດ້ານຕ່າງໆ ກ່ອນຈະມີການສຳຫຼວດ ເຊັ່ນ: ດ້ານວິຊາການ, ແຜນງານການສຳຫຼວດ , ວິທີການ ແລະ ອຸປະກອນ ທີ່ຈະຕ້ອງນຳໃຊ້ເຂົ້າໃນການສຳ ຫຼວດ, ດ້ານບຸກຄະລາກອນ ການແພດ, ນັກສຳພາດ, ນັກວິເຄາະຂອງບັນດາແຂວງ ທີ່ຈະເຮັດການສຳຫຼວດ ແລະ ອື່ນໆ

ຮຽບຮຽງຂ່າວ: ພຸດສະດີ