ສາຍການບິນ Korean Air ເກີດອຸບັດຕິເຫດ!

0
707

ສາຍການບິນ Korean Air ເກົາຫຼີໃຕ້ ມື່ນອອກນອກເສັ້ນທາງ ສະໜາມບິນນານາຊາດ ແມນຕັນ ເກາະເຊບູ, ປະເທດຟີລິບປິນ ເຮັດໃຫ້ເຮືອບິນເສຍຫາຍໜັກ.

ເຫດເກີດເວລາປະມານ 23:07 ໂມງ ໃນວັນທີ 23/10/2022 Korean Air ແອບັດ A330-300 ທະບຽນ HL7525 ຖ້ຽວບິນ KE631 ຈາກສະໜາມບິນອິນຊອນ – ແມນຕັນ ເກາະເຊບູ.
ຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ: ເຮືອບິນລຳເກີດເຫດພະຍາຍາມລົງຈອດເຖິງ 3 ຮອບ ເນື່ອງຈາກສະພາບອາກາດແປງປວນ ຝົນຕົກຢ່າງໜັກ ຈົນເຮັດໃຫ້ມື່ນອອກນອກເສັ້ນທາງ.

ຍັງບໍ່ມີລາຍງານຜູ້ບາດເຈັບ, ຫຼັງຈາກລົງຈອດ ເຈົ້າໜ້າທີ່ກໍໄດ້ຊ່ວຍຜູ້ໂດຍສານ ແລະ ລູກເຮືອລວມ 173 ຄົນ ໄປອາຄານໂດຍສານ ແລະ ມີທີມແພດເຂົ້າມາເບິ່ງແຍງ ເພື່ອປະເມີນອາການເບື້ອງຕົ້ນຂອງແຕ່ລະຄົນ.
ຄລຶບ:

ແຫຼ່ງຂ່າວ: World Forum