ສັບພະຄຸນທາງຢາ ຂອງຜັກຫອມເປ

0
1815

ຜັກຫອມ​ເປ ​ມີ​ຄຸນຄ່າ​ທາງໂພຊະ​ນາ​ການ​ຄື: ​ປະກອບ​ໄປ​ດ້ວຍເສັ້ນ​ໃຍ, ແຄວ​ຊຽມ, ທາດ​ເຫຼັກ, ໂພແທ​ສ​ຊຽມ, ເກືອ, ວິຕາມິນ​ເອ, ວິຕາ​ມິນ​ບີ 1, ວິຕາມິນ​ເຊ ແລະມີສັບພະຄຸນຫຼາຍຢ່າງດັ່ງນີ້:

  1. ຮາກ: ກະຕຸ້ນຮ່າງກາຍ, ຂັບເຫື່ອອອກ, ຂັບນໍ້າປັດສະວະ ດ້ວຍການເອົາຮາກຕົ້ມກັບນໍ້າ ດື່ມເພື່ອຫຼຸດອາການຕ່າງໆນັ້ນ
  2. ໃບ: ຢັບຢັ້ງການຂະຫຍາຍຕົວຂອງເຊວມະເຮັງ, ຢັບຢັ້ງການເສື່ອມຂອງເຊວຕ່າງໆ, ບຳລຸງກະດູກ ແລະແຂ້ວ, ຮັກສາຄວາມສົມດູນຂອງຮ່າງກາຍ, ຫຼຸດການໄອ, ແກ້ອາການເປັນຫວັດ, ລະບາຍທ້ອງ, ຮັກສາອາການເປັນຜື່ນຄັນ, ຮັກສາບາດແຜຊໍ້າເຮື້ອ ດ້ວຍການເອົາໃບມາກິນສົດ ຫຼືຕົ້ມກັບນໍ້າ ມາດື່ມກິນ ຫຼືເອົາມາຕຳພອກບໍລິເວນທີ່ເປັນບາດແຜ
  3. ລຳຕົ້ນ: ​ນຳ​ມາ​ຕົ້ມ​ກັບ​ນ້ຳ​ໃຊ້ດື່ມ​ແກ້​ໄຂ້​ມາ​ເລ​ເລຍ, ໃຊ້​ເປັນ​ຢາລະບາຍ ຫຼື ຕຳ​ຟອກ​ແກ້​ພິດຮ້າຍກັດຕອດ​ງູ, ຂ້າເຊື້ອ​ໂລກ, ໃຊ້​ເປັນ​ຢາ​ຂັບ​ປັດ​ສະວະຊ່ວຍ​ໃຫ້​ເລັບ, ເສັ້ນ​ຜົມ ແລະ​ຜິວໜັງ​ແຂງແຮງ​ຊ່ວຍ​ໃຫ້​ຕ່ອມ​ໄທຣອຍ​ເຮັດ​ວຽກ​ເປັນ​ປົກກະຕິ ແລະ ໃຊ້​ຫຼຸດ​ຄວາມດັນເລືອດ ດ້ວຍການເອົາລຳຕົ້ນມາກິນແບບສົດໆ ເພື່ອຊ່ວຍຫຼຸດອາການດັ່ງກ່າວນັ້ນ, ສ່ວນ​​ແມ່​ທີ່ກຳລັງ​ໃຫ້​ນົມ​ລູກ ​ຄວນ​ຈະ​ຮັບ​ປະທານ ແບບເອົາຕົ້ມກັບນໍ້າກິນ ​ເພື່ອ​ໃຫ້​ສາມາດ​ທົດ​ແທນທາດ​ເຫຼັກ​ທີ່​ເສຍ​ໄປ​ໄດ້.

ແນວໃດກໍຕາມ ຖ້າຈະກິນແບບສົດໆແມ່ນ ຂໍໃຫ້ແນ່ໃຈວ່າຜັກ ດັ່ງກ່າວສະອາດ ຫລືປອດສານພິດເທົ່ານັ້ນ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!