ສະ​ຖາ​ບັນ​ການ​ເງິນຈຸ​ລະ​ພາກ​ທີ່​ຮັບ​ເງິນຝາກຈຳ­ປາ​ສັກ​ຈະ​ປ່ອຍ​ກູ້ 60 ຕື້​ກວ່າ​ກີບ

0
2915

ໃຊ້​ເວ­ລາ​ພຽງ​ປີ​ກວ່າສະ​ຖາ​ບັນ​ການ​ເງິນ​ຈຸ​ລະພາກ​ທີ່​ຮັບ​ເງິນ​ຝາກ​ຈຳປາ​ສັກ​ສາ­ມາດ​ຍົກ​ລະ­ດັບຖາ­ນະ​ການ​ເງິນ​ບົດ­ບາດ ແລະ​ ຄວາມ​ເຊື່ອ​ໝັ້ນ​ຈາກສັງ­ຄົມ​ໄດ້​ໃນ​ລະ­ດັບ​ດີ​ພໍສົມ­ຄວນ ແລະ​ ສາ­ມາດ​ສ້າງຕົວ​ເອງໃຫ້​ກາຍ­ເປັນ​ສະ​ຖາ​ບັນ​ການ​ເງິນ​ຈຸ​ລະພາກ​ທີ່​ນຳ​ໜ້າ​ໃນ ແຂວງ​ຈຳ­ປາ​ສັກ  ຂະ­ນະ ທີ່​ໝົດ​ປີ້​ນີ້​ຕັ້ງ​ເປົ້າ​ຈະ​ລະ­ດົມ​ເງິນ​ຝາກໃຫ້​ໄດ້​ໃນ​ລະ­ດັບ 15 ຕື້​ກີບ ແລະ​ໃຫ້​ສິນເຊື່ອ 60 ຕື້​ກວ່າ​ກີບ.
ທ່ານ ໜູ​ເຄືອບ ສິດ­ທິ​ເດດ ຜູ້​ອຳ­ນວຍການ​ສະ​ຖາ​ບັນ​ການ​ເງິນ​ດັ່ງ­ກ່າວ​ໄດ້​ໃຫ້ຮູ້­ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ສະ​ຖາ​ບັນ​ການເງິນຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ​ຈຳ­ປາ​ສັກຈຳ­ກັດ, ໄດ້​ຮັບ​ອະ­ນຸ­ມັດ​ຈາກ​ທະ­ນາ­ຄານແຫ່ງ ສປປ ລາວ, ໄດ້​ສ້າງ­ຕັ້ງ​ຂຶ້ນ​ໃນເດືອນ​ມີ­ນາ 2015, ຈຸດ­ປະ­ສົງ​ແມ່ນ​ແນໃສ່​ການ​ແກ້​ໄຂ​ຄວາມ­ທຸກ​ຍາກ​ຂອງ​ປະຊາ​ຊົນ​ໃຫ້​ໄດ້ ແລະ​ ເພື່ອ​ນຳ​ເອົາ​ປະ­ເທດຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ​ຂອງ ປະ­ເທດ​ດ້ອຍ​ພັດ­ທະ­ນາ​ໃນ​ປີ 2020, ພາ­ລະ­ກິດ​ຕົ້ນ­ຕໍ​ຂອງ​ສະ​ຖາ​ບັນ​ແມ່ນ​ຂະຫຍາຍ​ການ​ບໍ­ລິ­ການ​ໄປ​ສູ່​ປະ­ຊາ­ຊົນ​ທຸກຊຸມ​ຊົນ, ທຸກ​ພາກ­ສ່ວນ​ທີ່​ມີ​ລາຍ​ໄດ້​ໜ້ອຍໃຫ້​ເຂົາ­ເຈົ້າ​ໄດ້​ມີ​ໂອ­ກາດ​ເຂົ້າ​ເຖິງ​ການ​ບໍ­ລິ­ການ​ສິນ​ເຊື່ອ ແລະ​ຮັບ​ເງິນ​ຝາກ​ທີ່ເໝາະ​ສົມ​ກັບ​ຄວາມ​ອາດ​ສາ­ມາດ ແລະ ຄວາມ​ຕ້ອງ­ການ​ຂອງ​ເຂົາ­ເຈົ້າ.

ທ່ານ​ກ່າວ​ຕື່ມ​ວ່າ: ນັບ​ແຕ່​ມື້​ເປີດ​ບໍລິ​ການ​ມາ​ຮອດ​ທ້າຍ​ປີ 2015 ສະ​ຖາ​ບັນການ​ເງິນ​ໄດ້​ໃຫ້​ບໍ­ລິ­ການ​ເງິນ​ຈຸ​ລະ​ພາກ ແກ່​ລູກ​ຄ້າ​ທັງ​ໝົດ 4.026 ຄົນໃນ​ນັ້ນຍັງ​ມີ​ລູກ​ຄ້າ​ທີ່​ສຶບ​ຕໍ່​ເຄື່ອນ​ໄຫວ​ນຳ​ພວກເຮົາ​ໃນ​ປີ 2016 ຈຳ­ນວນ 3.704 ຄົນ, ສາ­ມາດ​ລະ­ດົມ​ເງິນ​ຝາກ​ໄດ້​ກວ່າ 56 ຕື້​ກີບ ແລະ​ປ່ອຍ​ກູ້​ຈຸ​ລະ​ພາກ​ໄດ້ 51 ຕື້​ກວ່າ​ກີບ, ໃນ​ທ້າຍ​ປີ 2015 ຍອດ​ເງິນເຫຼືອ​ກູ້​ຂອງ​ລູກ​ຄ້າ​ແມ່ນ 37 ຕື້​ກວ່າ​ກີບ, ໃນ​ນັ້ນ 49% ແມ່ນ​ການ​ກູ້​ຢືມ​ເພື່ອ​ໄປຊົມ­ໃຊ້​ໃນ​ຄົວ​ເຮືອນ 30% ແມ່ນ​ການກູ້​ຢືມ​ເພື່ອ​ການ​ກະ​ສີ​ກຳ ແລະ 21% ແມ່ນການ​ກູ້​ຢືມ​ເພື່ອ​ການ​ຄ້າ.

ສຳ­ລັບ​ໃນ​ປີ 2016 ນີ້​ສະ​ຖາ​ບັນການ​ເງິນ​ຈຸ​ລະ​ພາກ​ພວກ​ເຮົາ​ມີ​ແຜນ­ທີ່ຈະ​ຂະ­ຫຍາຍ​ຕາ​ໜ່າງ​ການ​ບໍ­ລິ­ການ​ໃຫ້ ກວ້າງ​ຂຶ້ນ, ໃຫ້​ເຂົ້າ​ເຖິງ​ລູກ​ຄ້າ​ທີ່​ມີ​ຄວາມຕ້ອງ­ການ​ຂອງ​ພວກ​ເຮົາ​ໄດ້​ຢ່າງ​ທົ່ວເຖິງ​ໃນ​ທຸກ​ຂົງ­ເຂດ ແລະ​ເປົ້າ​ໝາຍ​ໂດຍຈະ​ສູ້​ຊົນ​ບໍ­ລິ­ການ​ລູກ​ຄ້າ​ໃຫ້​ໄດ້ 6.260 ຄົນ, ລະ­ດົມ​ເງິນ​ຝາກ​ຈາກ​ມວນ​ຊົນ​ໃຫ້ໄດ້ 15,6 ຕື​ກີບ, ໃຫ້​ບໍ­ລິ­ການ​ເງິນ​ກູ້​ຈຸ​ລະພາກ​ໃຫ້​ໄດ້ 60,8 ຕື້​ກີບ ແລະ ຄາດ​ຄະເນ​ຍອດ​ເຫຼືອ​ເງິນ​ທ້າຍ​ປີ 2016 ແມ່ນ 67,5 ຕື້​ກີບ.

ທີ່ມາ:logo