ສະເໜີຮ່າງກົດໝາຍ ວ່າດ້ວຍອາກອນຊົມໃຊ້

ໃນ​ຕອນ​ເຊົ້າ​ວັນ​ທີ 19 ມິ​ຖຸ​ນາ 2019 ໃນ​ວາ​ລະ​ດຳ​ເນີນກອງ​ຊຸມ​ສະ​ໄໝ​ສາ​ມັ​ນເທື່ອ​ທີ 7 ຂອງ​ສະ​ພາ​ແຫ່ງ​ຊາດຊຸດ​ທີ VIII ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ ທ່ານ ນາງ ປາ​ນີ ຢາ​ທໍ່​ຕູ້ ປະ​ທານ​ສະ​ພາ​ແຫ່ງ​ຊາດ ທ່ານ ສົມ​ດີ ດວງ​ດີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ຖະ​ມົນ​ຕີກະ​ຊວງ​ການ​ເງິນ ໄດ້​ສະ​ເໜີ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ອາ​ກອນ​ຊົມ​ໃຊ້ທີ່​ປະ​ກອບ​ມີ VIII ພາກ 4 ໝວດ ແລະ 41 ມາດ​ຕາ ຊຶ່ງກົດ​ໝາຍ​ດັ່ງ​ກ່າວກໍເພື່ອ​ກຳ​ນົດ​ຫຼັກ​ການ ລະ​ບຽບ​ການ ວິ​ທີ​ການ ແລະ ມາດ​ຕະ​ການ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ແລະ ຕິດ​ຕາ​ມກວດ​ກາ​ວຽກ​ງານ​ອາ​ກອນ​ຊົ​ມ​ໃຊ້ ທັງເຮັດໃຫ້​ວຽກ​ງາ​ນ​ດັ່ງ​ກ່າວ​ມີ​ປະ​ສິດ​ທິ​ພາບ ແລະ ປະ​ສິດ​ທິ​ຜົນ ແນ່​ໃສ່​ເກັບ​ລາຍ​ຮັບ​ເຂົ້າ​ງົບ​ປະ​ມານ​ໃຫ້​ຖືກ​ຕ້ອງ ແລະ ຄົບ​ຖ້ວນ ດັດ​ສົມ​ກາ​ນ​ຊົມ​ໃຊ້​ໃນ​ສັງ​ຄົມ ປົກ​ປ້ອງ​ສຸ​ຂະ​ພາບ​ຂອງ​ພົນ​ລະ​ເມືອງ ແລະ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ພ້ອ​ມ​​ປະ​ກອບ​ສ່ວນ​ເຂົ້າໃນ​ການ​ພັດທະນາ​ເສດ​ຖະ​ກິດ​ຂອງ​ຊາດ.

ທ່ານ ສົມ​ດີ ດວງ​ດີ ໄດ້​ສະ​ເໜີ​ວ່າ ບັນ​ດາ​ສິນ​ຄ້າ ແລະ ການ​ບໍ​ລິ​ການທີ່​ຖືກ​ເສຍ​ອາ​ກອນ​ຊົມ​ໃຊ້ແມ່ນ​ໄດ້​ກຳ​ນົດ 18 ລາຍ​ການ​ສິນ​ຄ້າ ເປັນ​ຕົ້​ນ​ແມ່ນ​ ນ້ຳ​ມັນ​ເຊື້ອ​ໄຟ ພາ​ຫະ​ນະ ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ ແລະ ສິນ​ຄ້າ​ ທີ່​ມີ​ລັກ​ສະ​ນະ​ຟຸມ​ເຟືອຍ ພ້ອມນີ້ ກໍໄດ້​ກຳ​ນົດ 10 ລາຍ​ການ​ທີ່​ຖືກ​ເສຍ​ອາ​ກອນ​ຊົມ​ໃຊ້ ພ້ອມນັ້ນ ກໍໄດ້​ປັບ​ປຸງ​ຈັດ​ລຽງ​ບາງ​ປະ​ເພດ​ສິນ​ຄ້າທີ່​ຖືກ​ເສຍ​ອາ​ກອນ​ຊົມ​ໃຊ້ ໂດຍ​ໄດ້​ຕັດ​ອອກ​ບາງ​ລາຍ​ການ​ສິນ​ຄ້າຂອງປະເພດເຄື່ອງ​ໃຊ້​ໄຟ​ຟ້າເຊັ່ນ ໂທ​ລະ​ພາບ ຈັກ​ຊັກ​ຜ້າ ເຄື່ອງ​ດູດ​ຝຸ່ນ ຕູ້​ເຢັນ ຕູ້​ແຊ່ ເນື່ອງ​ຈາກວ່າ​ເປັນ​ສິນ​ຄ້າ​ທີ່​ຈຳ​ເປັນຕ້ອງໄດ້​ຊົມ​ໃຊ້​ໃນ​ຊີ​ວິດ​ປະ​ຈຳ​ວັນ ພ້ອມ​ນີ້ ກໍໄດ້​ກຳ​ນົດ​ອັດ​ຕາ​ການ​ຊົມ​ໃຊ້ຕາມ​ປະ​ເພດ​ສິນ​ຄ້າ ແລະ ການ​ບໍ​ລິ​ການ ແຍກ​ການ​ກຳ​ນົດ​ອັດ​ຕາ​ອາ​ກອນ​ຊົມ​ໃຊ້​ສິນ​ຄ້າ​ທົ່ວ​ໄປ ແລະ ອັດ​ຕາ​ອາ​ກອນ​ຊົມ​ໃຊ້​ສຳ​ລັບ​ການ​ບໍ​ລິ​ການ ຊຶ່ງໄດ້​ຄົ້ນ​ຄວ້າ​ປັບ​ປຸງ ແລະ ຈັດ​ໄ​ປຕາມ​ສາ​ລະ​ບານ​ອັດ​ຕາ​ພາ​ສີເພື່ອ​ສະ​ດວກ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດເພື່ອໃຫ້ສອດ​ຄ່ອງ​ກັບ​ລະດັບພາກ​ພື້ນ ແລະ ສາ​ກົນ.

ພ້ອມ​ນີ້ ກໍໄດ້​ປັບ​ປຸງ​ອັດ​ຕາ​​ບາງ​ປະ​ເພດ​ສິນ​ຄ້າ ແລະ ​ລາຍ​ການ​ບໍ​ລິ​ການ​​ເຊັ່ນ ນ້ຳ​ມັນ​ເຊື້ອ​ໄຟ​ແຕ່​ລະ​ປະ​ເພດຈາກ 9-39% ລົງ​ມາ​ເປັນ 5-35% ເນື່ອງ​ຈາກ​ເປັນ​ສິນ​ຄ້າ​ຈຳ​ເປັນ ລົດ​ຈັກ​ທີ່​ມີ​ຄວາມ​ແຮງ 100 ເຊ​ເຊ ຈາກ 20% ລົງ​ມາ​ເປັນ 5% ເພື່ອ​ສົ່ງ​ເສີມ​ຜູ້​ມີ​ລາຍ​ໄດ້​ຕ່ຳ ການ​ບໍ​ລິ​ການ​ອິ​ນ​ເຕີ​ເນັດ ຈາກ​ອັດ​ຕາ 10% ລົງ​ມາ​ເປັນ 3% ຊຶ່ງຖືເປັນ​ການ​ບໍ​ລິ​ການທີ່​ຈຳ​ເປັນ​ສຳ​ລັບ​ການ​ດຳ​ເນີນ​ທຸ​ລະ​ກິດ ການບໍ​ລິ​ການ ແລະ ຊີ​ວິດ​ປະ​ຈຳ​ວັນ ກິດ​ຈະ​ການ​ສະ​ໜາມກ໋ອຟ ຈາກ 10% ຂຶ້ນ​ເປັນ 25% ກິດ​ຈະ​ການ​ກາ​ຊີ​ໂນ ແລະ ຕູ້​ເກມ​ກາ​ຊີ​ໂນ ຈາກ 35% ຂຶ້ນ​ເປັນ 50% ເນື່ອງ​ຈາກ​ເປັນ​ການ​ບໍ​ລິ​ການ​ທີ່​ຄວບ​ຄຸມ ແລະ ບໍ່​ສົ່ງ​ເສີມ.

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ