ສະເປນຍອດຜູ້ເສຍຊີວິດໂຄວິດ-19 ແຊງໜ້າຈີນ ຂຶ້ນເປັນອັນດັບ 2 ຂອງໂລກ

Spain Flag Corona
Spain Flag Corona

ສະຖານະການແຜ່ລະບາດຂອງໂຄວິດ-19 ໃນສະເປນຮຸນແຮງຂຶ້ນ ຍອດຜູ້ເສຍຊີວິດຈາກການຕິດເຊື້ອເພີ່ມຂຶ້ນເປັນອັນດັບ 2 ຂອງໂລກ ແຊງໜ້າຈີນ ແລະ ເປັນຮອງອີຕາລີ. ຂໍ້ມູນຫຼ້າສຸດ ເມື່ອວັນພຸດວັນທີ 25 ມີນາ 2020 ທີ່ຜ່ານມາຈາກມະຫາວິທະຍາໄລຈອນ ຮອບກິນສ໌ ລະບຸວ່າ ມີຜູ້ເສຍຊີວິດຈາກໂຄວິດ-19 ໃນສະເປນແລ້ວຢ່າງນ້ອຍ 3,400 ກໍລະນີ ໂດຍເປັນການເພີ່ມຂຶ້ນຈາກວັນກ່ອນ 738 ກໍລະນີ ໃນຂະນະທີ່ຕົວເລກມີຜູ້ຕິດເຊື້ອຢູ່ທີ່ 47,600 ກໍລະນີ.

ກະຊວງສາທາລະນະສຸກ ຂອງປະເທດ ສະເປນ ເປີດເຜີຍເມື່ອວັນພຸດຕາມເວລາທ້ອງຖິ່ນວ່າ ອັດຕາການຕິດເຊື້ອໃນປະເທດນັ້ນເພີ່ມຂຶ້ນ 20% ໃນຂະນະທີ່ປະຊາຊົນຢ່າງໜ້ອຍ 5,000 ຄົນ ທີ່ຕິດເຊື້ອໄປກ່ອນໜ້ານີ້ ມີອາການດີຂຶ້ນແລ້ວ ການລະບາດຂອງໂຄວິດ-19 ໃນສະເປນນັ້ນມີຈຸດສູນກາງໃນນະຄອນຫຼວງ ມາດຣິດ ເມືອງຫຼວງຂອງປະເທດ ທີ່ມີອັດຕາການເສຍຊີວິດປະມານເຄິ່ງໜຶ່ງຂອງຕົວເລກຈາກທົ່ວປະເທດ ແລະ ມີຜູ້ຕິດເຊື້ອປະມານ 1 ໃນ 3 ຂອງຕົວເລກ.

 

ຮຽບຮຽງຂ່າວ: ​ພຸດສະດີ