ສະເທືອນຂັວນ! ເດັກອົດສະຕາລີ ຫິ້ວຫົວຄົນຄໍຂາດ ແຊຣ໌ສະໜັ່ນໂລກອອນລາຍ!

ສຳນັກຂ່າວຕ່າງປະເທດລາຍງານວ່າ ສັງຄົມອອນລາຍທົ່ວໂລກ ກຳລັງວິພາກວິຈານພາບສຸດສະເທືອນຂັວນ

ທີ່ຖືກໂພສທ໌ລົງໃນທະວິດເຕີ້ ເຊິ່ງເປັນພາບເດັກຊາຍຊາວອົດສະຕາລີຄົນໜຶ່ງ ກຳລັງຫິ້ວຫົວຂອງມະນຸດ ເຊິ່ງ

ມີການລະບຸວ່າ ເປັນພາບໜຶ່ງໃນລະຫວ່າງການເຝິກຊ້ອມກອງກຳລັງລັດອິດສະລາມ ຫຼື IS ໃນປະເທດຊີເຣຍ.

 

14077706191407770688l

 

ຕາມລາຍງານໄດ້ລະບຸວ່າ ພາບສະຫຼົດໃຈດັ່ງກ່າວ ກຳລັງເປັນປະເດັນຖົກຖຽງກັນໃນລະດັບໂລກ ຫຼັງຈາກທີ່ນາ

ຍົກລັດຖະມົນຕີ ໂທນີ ແອ໊ບບັອດ ຜູ້ນຳຂອງອົດສະຕາລີ ໄດ້ອອກມາປະນາມກ່ຽວກັບພາບທີ່ຖືກເຜີຍແຜ່ໃນ

ໂລກອອນລາຍ ເຊິ່ງບຸກຄົນໃນພາບລະບຸວ່າ ແມ່ນເດັກນ້ອຍຊາຍອາຍຸພຽງ 7-8 ປີເທົ່ານັ້ນ ເຊິ່ງເປັນຄົນອົດສະ

ຕາລີ ແລະ ຖືກອ້າງວ່າເປັນລູກຊາຍຂອງ ທ້າວ ຄາລິດ ຊາຣູບ ກຸ່ມແນວຮ່ວມຂອງກອງກຳລັງ IS ໃນຊີເຣຍ.

 

ນອກຈາກນີ້ ລາຍງານຍັງລະບຸອີກວ່າ ສິ່ງທີ່ເດັກຊາຍຖືຢູ່ນັ້ນ ພົບວ່າເປັນຫົວຂອງມະນຸດແທ້ຈິງ ໂດຍອ້າງວ່າ

ເປັນຫົວຂອງທະຫານຄົນໜຶ່ງຂອງຝ່າຍລັດຖະບານຊີເຣຍ ເຊິ່ງຖືກສັງຫານລະຫວ່າງເກີດການປະທະກັນຂອງ

ກອງກຳລັງທັງສອງຝ່າຍ, ສຳລັບ ທ້າວ ຄາລິດ ຊາຣູບ ເຄີຍເປັນຜູ້ຕ້ອງຫາຄະດີອາຊະຍາກຳໃນປະເທດອົດສະ

ຕາລີ ຫຼັງຈາກພົ້ນໂທດຈຳຄຸກແລ້ວ ເຂົາໄດ້ເຂົ້າຮ່ວມກັບກຸ່ມລັດອິດສະລາມ ເຊິ່ງເປັນບຸກຄົນອັນຕະລາຍທີ່

ທາງການອົດສະຕາລີຕ້ອງການໂຕ.