ສະຫຼຸບສະເປັກ ແລະ ລາຄາຂອງ Huawei P10 ແລະ P10 Plus ທີ່ງານ MWC 2017

0
3745

Huawei ເປີດໂຕສະມາດໂຟນເຮືອທຸງປະຈຳຕະກູນ P ໃນງານ MWC 2017 ທີ່ບາເຊໂລນາ ປະເທດສະເປນ, ໂດຍທັງສອງລຸ້ນທີ່ເປີດໂຕນັ້ນແມ່ນ P10 ແລະ P10 Plus

ຈຸດເດັ່ນໆຂອງທັງສອງລຸ້ນນີ້ ແນ່ນອນວ່າເປັນກ້ອງຫຼັງເລນຄູ່ຈາກ Leica, ຊີພີຢູ Kirin 960 ແລະໃຊ້ລະບົບ Android 7.0 (Nougat) ພ້ອມ EMUI 5.1 ເປັນຕົ້ນ. ນອກຈາກນີ້ແລ້ວໂຕເຄື່ອງຍັງຖືກອອກແບບດ້ວຍວັດສະດຸອະລູມິນ້ຽມໝົດເຄື່ອງ ມາພ້ອມແກ້ວຈໍຄຸນນະພາບ, ໃນສ່ວນຂອງສະເປັກແມ່ນດ້ານລຸ່ມນີ້ເລີຍ.

ສຳລັບສະເປັກຂອງ Huawei P10 ມີດັ່ງນີ້:


  • ສັດສ່ວນ: 145.3 x 69.3 x 6.98 ມມ
  • ນ້ຳໜັກ: 145 ກຣາມ
  • ໜ້າຈໍ: LCD, Full HD, ຂະໜາດ 5.1 ນິ້ວ (1920 x 1080 ພິກເຊວ) ມາພ້ອມຈໍໂຄ້ງ 2.5D, Gorilla Glass 5 ແລະຄວາມແຈ້ງລະດັບ 500 nits
  • CPU: Octa-Core Huawei Kirin 960 
  • GPU: Octa- Core Mali G71 
  • RAM: 4GB 
  • ROM: 64GB ເພີ່ມ microSD ໄດ້ 256GB 
  • ລະບົບ: Android 7.0 (Nougat) ພ້ອມ Emotion UI 5.1
  • ຊິມ: Hybird Dual SIM (nano SIM + nano SIM / microSD)
  • ກ້ອງຫຼັງ: 20 ລ້ານພິກເຊວ (Monochrome) + 12 ລ້ານພິກເຊວ (RGB) ພ້ອມເລນ Leica SUMMARIT 27 ມມ, f/2.2, ແຟລັດຄູ່ໂທນ LED ແລະ OIS
  • ກ້ອງໜ້າ: ໃຊ້ເລນ Leica ຄວາມລະອຽດ 8 ລ້ານພິກເຊວ. 
  • ເຊັນເຊີ້: ສະແກນລາຍນິ້ວມື 
  • ການເຊື່ອມຕໍ່: 4G VoLTE, WiFi 802.11ac (2.4GHz/5GHz), Bluetooth 4.2 LE, GPS, NFC
  • ແບັດເຕີຣີ: 3,200 mAh ພ້ອມລະບົບສາກໄວ

ສ່ວນສະເປັກຂອງ Huawei P10 Plus ມີດັ່ງນີ້:


  • ສັດສ່ວນ: 153.5 x 74.2 x 6.98 ມມ
  • ນ້ຳໜັກ: 165 ກຣາມ
  • ໜ້າຈໍ: LCD, Quad HD, ຂະໜາດ 5.5 ນິ້ວ (2560 x 1440 ພິກເຊວ) ມາພ້ອມຈໍໂຄ້ງ 2.5D, Gorilla Glass 5 ແລະຄວາມແຈ້ງລະດັບ 500 nits
  • CPU: Octa-Core Huawei Kirin 960 
  • GPU: Octa- Core Mali G71 
  • RAM: 4GB / 6GB
  • ROM: 64GB / 128GB ເພີ່ມ microSD ໄດ້ 256GB 
  • ລະບົບ: Android 7.0 (Nougat) ພ້ອມ Emotion UI 5.1
  • ຊິມ: Hybird Dual SIM (nano SIM + nano SIM / microSD)
  • ກ້ອງຫຼັງ: 20 ລ້ານພິກເຊວ (Monochrome) + 12 ລ້ານພິກເຊວ (RGB) ພ້ອມເລນ Leica SUMMILUX-H 27 ມມ, f/1.8, Laser AF ແຟລັດຄູ່ໂທນ LED ແລະ OIS
  • ກ້ອງໜ້າ: ໃຊ້ເລນ Leica ຄວາມລະອຽດ 8 ລ້ານພິກເຊວ. 
  • ເຊັນເຊີ້: ສະແກນລາຍນິ້ວມື 
  • ການເຊື່ອມຕໍ່: 4G VoLTE, WiFi 802.11ac (2.4GHz/5GHz), Bluetooth 4.2 LE, GPS, NFC
  • ແບັດເຕີຣີ: 3,750 mAh ພ້ອມລະບົບສາກໄວ

ສຳລັບ Huawei P10 ແລະ P10 Plus ແມ່ນມາພ້ອມ 7 ສີໃຫ້ເລືອກຄື: Ceramic White, Dazzling Blue, Dazzling Gold, Graphite Black, Mystic Silver, Rose Gold ແລະ Greenery. 

https://youtu.be/oCRBssIbBG0
ສຳລັບລາຄາຂອງທັງສອງເຄື່ອງແມ່ນມີດັ່ງນີ້:


  • Huawei P10 ລາຄາເປີດໂຕຢູ່ທີີ €649 (5.570.000 ກີບ) 
  • Huawei P10 Plus ລຸ້ນ RAM 4GB + ROM 64GB ລາຄາຢູ່ທີ່ €699 (6.000.000 ກີບ) 
  • Huawei P10 Plus ລຸ້ນ RAM 6GB + ROM 128GB ລາຄາຢູ່ທີ່ €799 (6.850.000 ກີບ).

ໂດຍທັງ P10 ແລະ P10 Plus ຈະວາງຈຳໜ່າຍໃນເດືອນມີນານີ້ໃນກຸ່ມປະເທດຄື: Australia, Austria, Chile, China, Columbia, Denmark, Finland, France, Germany, Greece, Italy, Malaysia, Mexico, Netherlands, New Zealand, Norway, Peru, Philippines, Poland, Russia, Saudi Arabia, Singapore, South Africa, Spain, Sweden, Thailand, Turkey, UAE, United Kingdom ແລະ Vietnam.

ແຫຼ່ງຂ່າວ: fonearena