ສະຫຼຸບຍອດຜູ້ເສຍຊີວິດຈາກອຸບັດຕິເຫດໃນຊ່ວງບຸນປີໃໝ່

ກົມຕຳຫຼວດຈາລະຈອນແຈ້ງໃຫ້ຮູ້ວ່າ ພາຍໃນໄລຍະ 3 ວັນຂອງການສະຫຼອງບຸນປີໃໝ່ (14-16 ເມສາ 2018) ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນກວ່າ 200 ກໍລະນີ ແລະ ມີຜູ້ເສຍຊີວິດ 29 ຄົນ, ຖ້າທຽບໃສ່ປີທີ່ຜ່ານມາ ເພີ່ມຂຶ້ນ 48 ກໍລະນີ ແລະ ມີຜູ້ເສຍຊີວິດເພີ່ມຂຶ້ນ 7 ຄົນ

ສະເພາະໃນນະຄອນຫຼວງວຽງຈັນມີການເກີດອຸບັດຕິເຫດ 24 ກໍລະນີ, ມີຜູ້ເສຍຊີວິດ 6 ຄົນ, ສ່ວນແຂວງທີ່ເກີດອຸບັດຕິເຫດຫຼາຍກວ່າໝູ່ແມ່ນແຂວງຈຳປາສັກ ມີອຸບັດຕິເຫດເກີດຂຶ້ນ 38 ກໍລະນີ ມີຜູ້ເສຍຊີວິດ 3 ຄົນ, ສາເຫດຂອງການເກີດອຸບັດຕິເຫດແມ່ນຍ້ອນດື່ມສິ່ງມຶນເມົາ, ຂັບລົດດ້ວຍຄວາມໄວ ແລະ ປະໝາດ

ແຫລ່ງຂ່າວ: ໜັງສືພິມລາວພັດທະນາ