ສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 07 ກໍລະກົດ 2021

ມາຮອດປະຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 2,400 ຄົນ ໃນນີ້ມີກໍລະນີຕິດເຊື້ອໃໝ່ 44 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 2 ຄົນ ແລະ ຕິດເຊື້ອໃນກໍລະນີນໍາເຂົ້າ 42 ຄົນ, ເສຍຊີວິດສະສົມທັງໝົດ 3 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ທົ່ວປະເທດທັງໝົດ 316 ຄົນ.

ໃນວັນທີ 06 ກໍລະກົດ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ຈໍານວນ 2,184 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 44 ຄົນ ໂດຍມີການຕິດເຊື້ອໃນຊຸມຊົນຈາກແຂວງວຽງຈັນ 2 ຄົນ ແລະ ຕິດເຊື້ອໃນຜູ້ເດີນທາງເຂົ້າມາຈາກປະເທດໃກ້ຄຽງມີ 44 ຄົນ ຈາກແຂວງສະຫວັນນະເຂດ 17 ຄົນ, ຈໍາປາສັກ 21 ຄົນ, ຄໍາມ່ວນ 3 ຄົນ ແລະ ນະຄອນຫຼວງ 1 ຄົນ.

ສໍາລັບກໍລະນີຕິດເຊື້ອໃນຊຸມຊົນຂອງແຂວງວຽງຈັນແມ່ນມີປະຫວັດສໍາຜັດກັບກຸ່ມຜູ້ຕິດເຊື້ອເກົ່າ.