ສະຫະລັດ “ປິ້ນຄວາມ” ກຽມກັບມາຂຶ້ນພາສີສິນຄ້າຈີນອີກຄັ້ງ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 29 ພຶດສະພາ 2018ວ່າ ທຳນຽບຂາວເຜີຍແຜ່ຖະແຫຼງການຂອງປະທານາທິບໍດີ ໂດນັລ ທຣັມ ສະແດງຄວາມຫວັງວ່າ ຄວາມສຳພັນທາງການຄ້າລະຫວ່າງສະຫະລັດກັບຈີນນັບຈາກນີ້ ຈະມີຄວາມເປັນທຳຫຼາຍຂຶ້ນ ແລະ ເປັນໄປຢ່າງເອື້ອເຟື້ອ ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງປະເທດ

ຢ່າງໃດກໍ່ຕາມເນື້ອໃນຂອງຖະແຫຼງການກັບລະບຸວ່າ ມາຕະການກຳແພງພາສີຕໍ່ລັດຖະບານປັກກິ່ງກຳລັງຢູ່ໃນລະຫວ່າງການພິຈາ ລະນາ ໃນຂັ້ນຕອນສຸດທ້າຍ ທັງທີ່ເມື່ອອາທິດທີ່ຜ່ານມາທັງສອງປະເທດຫາກໍ່ອອກຖະແຫຼງການຮ່ວມກັນ “ສະຫງົບເສິກ” ຂໍ້ພິພາກທາງການຄ້າ ທີ່ຮ່ວມເຖິງການລະງັບຂຶ້ນພາສີເຊິ່ງກັນ ແລະ ກັນໄວ້ກ່ອນ ໂດຍສຳນັກງານຄະນະຜູ້ແທນເຈລະຈາການຄ້າຂອງວໍຊິງຕັນມີກຳນົດປະກາດລາຍຊື່ສຸດທ້າຍຂອງສິນຄ້າຈີນທີ່ຕ້ອງພົບກັບກຳແພງພາສີ ໃນເມື່ອວັນທີ 15 ມິຖຸນານີ້ ສ່ວນລາຍລະອຽດຂອງມາດຕະການຄວບຄຸມການລົງທຶນ ແລະ ການສົ່ງອອກຕໍ່ຈີນ ຈະມີການປະກາດໃນວັນທີ 30 ມິຖຸນາ ເພື່ອຫຼຸດຄ່າການຂາດດຸນການຄ້າຂອງສະຫະລັດຕໍ່ຈີນ ເຊິ່ງປັດຈຸບັນທີ່ປະມານ 375,000 ລ້ານໂດລາ

ຂະນະທີ່ທາງກະຊວງອຸດສາຫະກຳ ແລະ ການຄ້າຂອງຈີນອອກຖະແຫຼງການປະນາມທ່າທີດັ່ງກ່າວຂອງສະຫະລັດເປັນການຜິດຂໍ້ຕົກ ລົງປານີປານອມລະຫວ່າງກັນ ແລະ ຢືນຢັນວ່າບໍ່ວ່າລັດຖະບານວໍຊິງຕັນຈະໃຊ້ມາດຕະການໃດ ຈີນພ້ອມຈະຕອບໂຕ້ໃນລະດັບ “ສົມນ້ຳສົມຕ່ອນ” ເພື່ອປົກປ້ອງຜົນປະໂຫຍດຂອງປະເທດ