ສະຫະລັດເລັ່ງຂະຫຍາຍການຮ່ວມມືທາງຍຸດທະສາດກັບອາຊຽນ

ເວັບໄຊ White House ລາຍງານ: ປະທານາທິບໍດີ ໂຈ ໄບເດນ ປະກາດເຈດຈຳນົງທີ່ຈະສະໜອງເງິນສູງສຸດເຖິງ 102 ລ້ານໂດລາສະຫະລັດໃນການລິເລີ່ມໃໝ່ ເພື່ອຂະຫຍາຍຄວາມເປັນຫຸ້ນສ່ວນທາງຍຸດທະສາດລະຫວ່າງສະຫະລັດອາເມລິກາ ກັບອາຊຽນ ໃນລະຫວ່າງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຜ່ານລະບົບທາງໄກ ໃນວັນທີ 26 ຕຸລາ 2021.

ທ່ານ ໂຈ ໄບເດນ ກ່າວວ່າ: ສະຫະລັດອາເມລິກາ ຈະຍົກລະດັບຄວາມເປັນຫຸ້ນສ່ວນ ຕໍ່ພາກພື້ນ ອິນໂດ-ປາຊີຟິກ ທີ່ມີຄວາມເປັນເສລີ ແລະເປີດກວ້າງ ພ້ອມທັງໃຫ້ຄວາມສຳຄັນຕໍ່ອາຊຽນ ເຊິ່ງການຮັກສາໄວ້ ແລະສົ່ງເສີມຄວາມສຳພັນລະດັບທະວິພາຄີ ແມ່ນເປັນ “ເຄື່ອງໝາຍ ຂອງການຮັກສາຄວາມຍືດຫຍຸ່ນ, ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມໝັ້ນຄົງຂອງພາກພື້ນ.”

ສະຫະລັດອາເມລິກາຍັງມຸ່ງໝັ້ນທີ່ຈະເປັນຜູ້ນຳພາໃນການຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ທັງຕັ້ງໃຈຈະສະໜອງວົງເງິນສູງສຸດ 40 ລ້ານໂດລາສະຫະລັດໃນການເສີມສ້າງຂີດຄວາມສາມາດດ້ານລະບົບສຸຂະພາບ ແລະພັດທະນາຊັບພະຍາກອນມະນຸດດ້ານສຸຂະພາບຮຸ່ນອະນາຄົດ ຜ່ານໂຄງການລິເລີ່ມ U.S.-ASEAN Health Futures.