ສະຫະລັດຫວັ່ນໂຄວິດ-19 ລະບາດ! ບໍ່ຮັບຄົນທີ່ເດີນທາງມາຈາກເອີຣົບເປັນເວລາ 30 ວັນ

Trump
Trump

ປະທານາທິບໍດີ ໂດນັລ ທຣໍ້າ ຂອງສະຫະລັດອາເມລິກາ ໄດ້ປະກາດມາດຕະການດ່ວນລະງັບການເດີນທາງທັງໝົດຈາກເອີຣົບເຂົ້າອາເມລິກາ ຍົກເວັ້ນເດີນທາງຈາກອັງກິດ ເບື້ອງຕົ້ນເປັນເວລາ 30 ວັນ ເພື່ອເປັນການສະກັດກັ້ນການແຜ່ລະບາດຂອງໄວຣັສໂຄວິດ-19 ໂດຍມາດຕະການນີ້ຈະມີຜົນບັງຄັບໃຊ້ທັນທີໃນຄໍ່າຄືນຂອງວັນສຸກທີ 13 ມີນາ 2020 ນີ້.

ທ່ານ ໂດນັລ ທຣໍ້າ ໄດ້ລະບຸວ່າ: ເຖິງແມ່ນວ່າມາດຕະການດັ່ງກ່າວຈະເປັນມາດຕະການທີ່ຮຸນແຮງແຕ່ກໍ່ຈຳເປັນຕ້ອງເຮັດ ເພື່ອສະກັດກັ້ນບໍ່ໃຫ້ຜູ້ຕິດເຊື້ອລາຍໃໝ່ເຂົ້າມາໃນສະຫະລັດເພີ່ມ ຫຼັງຈາກມີຍອດຜູ້ຕິດເຊື້ອໃນເອີຣົບເພີ່ມຂຶ້ນ ແລະ ຍັງບໍ່ສາມາດຄວບຄຸມໄດ້ ແຕ່ມາດຕະການນີ້ບໍ່ໄດ້ລວມເຖິງປະເທດອັງກິດ.

ມາດຕະການດັ່ງກ່າວໄດ້ເກີດຂຶ້ນຫຼັງຈາກອົງການອະນາໄມໂລກໄດ້ມີການປະກາດຍົກລະດັບໃຫ້ການລະບາດຂອງໂຄວິດ-19 ເປັນການລະບາດໃຫຍ່ລະດັບໂລກ (Pandemic) ເມື່ອຄືນຂອງວັນທີ 11 ມີນາທີ່ຜ່ານມາ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: www.sanook.com

1 COMMENT

  1. European people, Americans must wear masks. Otherwise, you guys will easily get infected. You should stop thinking that wearing a mask can mean the sick person. Because if you still believe that, you will all become infected and die And do not need to make an allegation Against or Bully Asians Because everything is because of your crazy culture. Credit: Google translate

Comments are closed.