ສະຫະລັດສົ່ງມອບຜູ້ອົບພະຍົບເດັກນ້ອຍກັບຄືນຫາພໍ່ແມ່ແລ້ວ 522 ຄົນ

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງວໍຊິງຕັນ, ປະເທດສະຫະລັດອາເມລິກາ ເມື່ອວັນທີ 24 ມິຖຸນາ ວ່າກະຊວງຄວາມຫມັ້ນຄົງແຫ່ງຊາດຂອງສະຫະລັດອອກຖະແຫລງການເລື່ອງການສົ່ງຜູ້ອົບພະຍົບເດັກນ້ອຍກັບຄືນສູ່ຜູ້ປົກຄອງແລ້ວ 522 ຄົນ ຫລັງຈາກປະທານາທິບໍດີ ໂດນອລ ທຣໍ້າ ມີຄຳສັ່ງດ່ວນ ເມື່ອກາງອາທິດທີ່ຜ່ານມາ ໃຫ້ຍຸຕິມາດຕະການແຍກຜູ້ອົບພະຍົບອອກຈາກເດັກນ້ອຍ ທີ່ດຳເນີນການມາຕັ້ງແຕ່ເດືອນ ພຶດສະພາ. ໃນຕອນນີ້ຍັງຄົງເຫລືອຜູ້ອົບພະຍົບເດັກນ້ອຍທີ່ຢູ່ພາຍໃຕ້ການເບີ່ງແຍງຂອງກະຊວງສາທາລະນະສຸກອີກ 2,053 ຄົນ.

ໃນຂະນະດຽວກັນ ຜູ້ນຳສະຫະລັດຍັງສັ່ງການໃຫ້ກະຊວງປ້ອງກັນປະເທດເປັນຫນື່ງໃນຫນ່ວຍງານທີ່ຕ້ອງເຂົ້າຮ່ວມຈັດການເລື່ອງນີ້ນຳ ຊື່ງເພນຕາກອນໄດ້ຈັດຕັ້ງແຜນຮອງຮັບສະຖານະການສຸກເສີນ ດ້ວຍການກະກຽມພື້ນທີ່ບາງສ່ວນຂອງຖານທັບໃນລັດເທັກຊັດ, ລັດອາຄັນຊໍລ໌ ແລະ ລັດນິວແມັກຊິໂກ ເປັນສູນພັກທີ່ພັກຊົ່ວຄາວສຳລັບຄອບຄົວຜູ້ອົບພະຍົບ, ສ່ວນໃຫຍ່ແມ່ນມາຈາກອາເມລິກາກາງ ໂດຍສະເພາະ ກົວເຕມາລາ, ຮອນດູລັສ ແລະ ເອລຊະວາດໍລ໌. ຍື່ນຄຳຮ້ອງຂໍພິຈາລະນາອະນຸມັດສະຖານະຜູ້ລີ້ໄພໃນສະຫະລັດ ດ້ວຍເຫດຜົນປະກອບກ່ຽວກັບ ສະຖານະການວຸ່ນວາຍທາງການເມືອງ ແລະ ສັງຄົມ ພາຍໃນປະເທດຂອງຕົນເອງ.

ທັງນີ້ ລັດຖະບານວໍຊິງຕັນປະກາດນະໂຍບາຍ ຄວາມອົດທົນເປັນສູນ ຕໍ່ຜູ້ອົບພະຍົບ ເມື່ອເດືອນເມສາ ທີ່ຜ່ານມາ ວ່າບຸກຄົນໃດກໍຕາມຊື່ງມີລັກສະນະລັກລອບທີ່ຈະຂ້າມພົມແດນຈະຖືກຈັບກຸມ ແລະ ດຳເນີນຄະດີຕາມກົດຫມາຍຂອງສະຫະລັດ ໂດຍສະຖິຕິການຈັບກຸມຜູ້ອົບພະຍົບຜິດກົດຫມາຍນັບຕັ້ງແຕ່ນັ້ນເປັນຕົ້ນມາສະເລ່ຍແລ້ວເກີນ 50,000 ຄົນຕໍ່ເດືອນ. ຂະນະດຽວກັນມີລາຍງານນຳວ່າ ລັດຖະມົນຕີວ່າການກະຊວງຍຸຕິທຳແຫ່ງຊາດ, ເຈຟ ເຊລຊັນສ໌ ກຳລັງດຳເນີນການຂໍໃຫ້ສານຂະຫຍາຍໄລຍະເວລາໃນການຄວບຄຸມໂຕຜູ້ອົບພະຍົບໃຫ້ດົນຂື້ນ ເປັນກໍລະນີພິເສດ ເນື່ອງຈາກກົດຫມາຍສະບັບປະຈຸບັນລະບຸໄວ້ພຽງ 20 ວັນເທົ່ານັ້ນ.

 

ແຫລ່ງຂ່າວຕ່າງປະເທດ: TDN ແລະ ABC News