ສະຫະລັດລ່ອງເຮືອຮົບໃກ້ເກາະພິພາດ ຈີນບໍ່ພໍໃຈສົ່ງເຮືອບິນຮົບຂັບໄລ່

ສຳນັກຂ່າວຣອຍເຕີລາຍງານອ້າງການເປີດເຜີຍຂອງເຈົ້າໜ້າທີ່ສະຫະລັດ 2 ຄົນວ່າ ເມື່ອວັນອາທິດທີ 27 ພຶດສະພາ ພິຂາດ “ຢູເອສເອສ ຮິກກິນສ໌” ແລະ ເຮືອລາຕະເວນ ແອນຕີເທມ ຂອງກອງທັບເຮືອສະຫະລັດ ເດີນທາງ່ານເຂົ້າໃກ້ເກາະພິພາກທີ່ປະເທດຈີນອ້າງຕົວເປັນເຈົ້າຂອງໃນທະເລຈີນໃຕ້ ຮຽກສຽງປະນາມຈາກລັດຖະບານນະຄອປັກກິ່ງ

ເຈົ້າໜ້າທີ່ສະຫະລັດລະບຸວ່າ ເຮືອທັງ 2 ລຳເດີນທາງຫ່າງໝູ່ເກາະພາຣາເຊລພາຍໃນເລລາ 12ໄມລ໌ທະເລ ເຂົ້າໃກ້ເກາະທຣີ, ເກາະລິນຄອນ, ເກາະໄທຣຕັນ ແລະ ເກາະວູດີ້ ໂດຍເປັນແຜນທີ່ວາງໄວ້ລ່ວງໜ້າມາເປັນເວລາຫຼາຍເດືອນແລ້ວ ແລະ ເປັນຄວາມພະຍາຍາມຫຼ້າສຸດຂອງລັດຖະບານອາເມລິກນເພື່ອຕອບໂຕ້ສິ່ງທີ່ພວກເຂົາຮຽກວ່າ ຄວາມພະຍາຍາມຂອງຈີນໃນການຈຳກັດເສລີພາບການເດີນເຮືອໃນທະເລຈີນໃຕ້

ຕໍ່ມາເມື່ອວັນທີ 12 ພຶດສະພາ ມີການເຜີຍແຜ່ພາບຈາກກ້ອງວົງຈອງປິດສແດງໃຫ້ເຫັນວ່າ ຈີນກຽມປະຈຳການບັນທຸກຕິດຕັ້ງຂີປະນາວຸດພາກພື້ນສູ່ອາກາດ ຫຼື ຂີປະນາວຸດຕໍ່ຕ້ານເຮືອຮົບທີ່ເກາະວູດີ້ດ້ວຍ

ຄວາມເຄື່ອນໄຫວຫຼ້າສຸດຂອງສະຫະລັດເຮັດໃຫ້ກະຊວງປ້ອງກັນປະເທດຂອງຈີນອອກຖະແຫຼງການສະແດງຄວາມບໍ່ພໍໃຈ ແລະ ເຜີຍອີກວ່າພວກເຂົາໄດ້ສົ່ງເຮືອຮົບ ແລະ ເຮືອບິນອອກໄປ ເພື່ອເຕືອນໃຫ້ເຮືອຮົບອາເມລິກັນທັງ 2 ລຳອອກຈາກພື້ນທີ່ ເນື່ອງຈາກເຂົ້າມາໃນນ່ານນ້ຳຂອງຈີນໂດຍບໍ່ໄດ້ຮບອະນຸຍາດ ຜ່າຜືນທັງກົດໝາຍຂອງຈີນ ແລະ ກົດໝາຍລະຫວ່າງປະເທດ ນອກຈາກນີ້ຍັງລະເມີດອະທິປະໄຕ ແລະ ທຳລາຍຄວາມເຊື່ອໝັ້ນທາງຍຸດທະສາດລະຫວ່າງກອງທັບທັງ 2 ຝ່າຍ