ສະຫະລັດກຽມເກັບປະຫວັດຂໍ້ມູນບຸກຄົນໃດທີ່ຕ້ອງການຂໍວີຊ່າເຂົ້າ ອາເມລິກາ

ພາຍໃນອະນາຄົດອັນຍັບໃກ້ເຂົ້າມານີ້ ບຸກຄົນໃດທີ່ຕ້ອງການຂໍວີຊ່າເຂົ້າ ສະຫະລັດອາເມລິກາ ອາດຈະຕ້ອງເປີດເຜີຍປະຫວັດການໃຊ້ງານສື່ສັງຄົມອອນລາຍ ຫລື ທີ່ເອີ້ນກັນວ່າ ໂຊລຊຽວມີເດຍຂອງຕົນເອງຍ້ອນຫລັງ 5 ປີ. ເຊີ່ງເປັນມາດຕະການໃຫມ່ທາງດ້ານຄວາມຫມັ້ນຄົງຂອງລັດຖະບານວໍຊີງຕັນ.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຫລວງວໍຊິງຕັນດີຊີ, ປະເທດສະຫະລັດອາເມລິກາ ເມື່ອວັນທີ 31 ມີນາ ວ່າກະຊວງການຕ່າງປະເທດສະຫະລັດສະເຫນີແຜນການຕໍ່ສຳນັກບໍລິຫານ ແລະ ງົບປະມານປະຈຳທຳນຽບຂາວ (OMB) ເມື່ອວັນສຸກທີ່ຜ່ານມາ ວ່າດ້ວຍການຍື່ນຄຳຮ້ອງຂໍວີຊ່າເຂົ້າສະຫະລັດຕ້ອງເປີດເຜີຍຂໍ້ມູນກ່ຽວກັບພຶດຕິກຳການໃຊ້ສື່ສັງຄົມອອນລາຍຂອງຕົນເອງຍ້ອນຫລັງໃນຮອບໄລຍະເວລາ 5 ປີທີ່ຜ່ານມາ ຊື່ງລວມໄປເຖີງອີເມວ ແລະ ຫມາຍເລກໂທລະສັບ ຕະຫລອດຈົນເຖີງປະຫວັດການເດີນທາງໄປປະເທດຕ່າງໆໃນຊ່ວງເວລາດຽວກັນ ຫລືແມ້ແຕ່ການເຄີຍຖືກພັກດັນ ຫລື ເນລະເທດອອກຈາກປະເທດຫລືບໍ?

ທັງນີ້ ໂອເອັມບີ ມີເວລາພິຈາລະນາແຜນການດັ່ງກ່າວພາຍໃນໄລຍະເວລາ 60 ມື້ ກໍຄືບໍ່ເກີນວັນທີ 29 ພຶດສະພາ 2018. ຊື່ງຫາກໄດ້ຮັບການອະນຸມັດຄາດວ່າຈະສົ່ງຜົນກະທົບຕໍ່ການຍື່ນຄຳຮ້ອງຂໍວີຊ່າເຂົ້າສະຫະລັດທຸກປະເພດ ໂດຍສະເລ່ຍແລ້ວຢູ່ທີ່ປະມານປີລະ 14,7 ລ້ານຄົນ ໃນຈຳນວນນີ້ລວມໄປເຖີງຜູ້ຍື່ນຄຳຮ້ອງຂໍວີຊ່າປະເພດຂໍເຂົ້າມາຕັ້ງຖີ່ນຖານອາໄສຢູ່ (Immigrant Visa) ສະເລ່ຍຢູ່ທີ່ 559.536 ຄົນ ຂອງປີທີ່ຜ່ານມາ.

ແຜນການຂອງລັດຖະບານວໍຊິງຕັນໃນເລື່່ອງນີ້ຖືວ່າເປັນໄປຕາມຄວາມຕ້ອງການຂອງປະທານາທິບໍດີ ໂດນອລ ທຣໍ້າ ໃນການຍົກລະດັບຄວາມເຂັ້ມງວດດ້ານນະໂຍບາຍຄວາມຫມັ້ນຄົງພາຍໃນປະເທດ ເພື່ອປ້ອງກັນການແອບແຝງລົບລີ້ຂອງສະມາຊິກກຸ່ມຄົນຫົວຮຸນແຮງໃຫ້ໄດ້ສູງທີ່ສຸດ ໂດຍໃນຄວາມເປັນຈິງລັດຖະບານວໍຊີງຕັນແມ່ນໄດ້ເລີ່ມນໍາໃຊ້ມາດຕະການນີ້ແລ້ວກັບບຸກຄົນທີ່ຢູ່ໃນກຸ່ມຄົນເຝົ້າລະວັງເປັນພິເສດ ກໍຄືບຸກຄົນທີ່ເຄີຍເດີນທາງໄປປະເທດທີ່ມີຄວາມສ່ຽງເຊັ່ນ: ອີຣັກ, ຊີຣີ ແລະ ອາຟະການິດສະຖານ.

ຢ່າງໃດກໍຕາມ ສະຫະພາບເສລີພົນລະເມືອງອາເມລິກາ ( ACLU ) ແມ່ນໄດ້ສະແດງຄວາມວິຕົກກັງວົນໃນປະເດັນທີ່ວ່າ ຈະເປັນການເປີດໂອກາດທາງອ້ອມໃຫ້ແກ່ພາກລັດ ໃນການແຊກແຊງການໃຫ້ບໍລິການຂອງເຈົ້າຂອງສື່ອອນລາຍ ແລະ ເປັນການລົບກວນລໍ້າເສັ້ນຄວາມເປັນສ່ວນຕົວຂອງປະຊາຊົນໃນການໃຊ້ງານເທີງເຄື່ອຂ່າຍສັງຄົມອອນລາຍ ຫລື ບໍ?

 

 

 

 

 

ແຫລ່ງຂ່າວຕ່າງປະເທດ: TDN