ສະຫະພັນກາແດງສາກົນຊີ້ໃຫ້ເຫັນວ່າປະເທດໃນອາຊຽນຕ້ອງການຄວາມຊ່ວຍເຫຼືອດ້ານວັກຊີນເພື່ອຕໍ່ສູ້ກັບໂຄວິດ-19

ເວັບໄຊ້ Posttoday ໄດ້ລາຍງານວ່າ ສະຫະພັນກາແດງສາກົນ IFRC ໄດ້ເປີດເຜີຍວ່າບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ຕ້ອງການຄວາມຊ່ວຍເຫຼືອເພີ່ມຕື່ມທາງດ້ານການຊອກຫາວັກຊີນປ້ອງກັນໂຄວິດ-19 ເນື່ອງຈາກກໍາລັງພົບກັບບັນຫາຈໍານວນຜູ້ຕິດເຊື້ອ ແລະ ເສຍຊີວິດຈາກໂຄວິດ-19 ເພີ່ມຂຶ້ນຫຼາຍຈາກການແຜ່ລະບາດຂອງໂຄວິດສາຍພັນເດລຕາ ຈົນເຮັດໃຫ້ມີອັດຕາສ່ວນການເສຍຊີວິດຫຼາຍທີ່ສຸດໃນໂລກ.

ທ່ານ ອາເລັກຊານເດີ້ ແມທເທໂອ ປະທານຂອງ IFRC ໄດ້ເປີດເຜີຍວ່າ: ການເພີ່ມຂຶ້ນຢ່າງໄວວາຂອງໂຄວິດ-19 ສາຍພັນເດລຕານັ້ນໄດ້ເຮັດໃຫ້ຫຼາຍຄອບຄົວຕ້ອງສູນເສຍຄົນທີ່ຮັກໄປເລື້ອຍໆ ແລະ ຍັງບໍ່ມີແນວໂນ້ມທີ່ຈະຫຼຸດລົງ. IFRC ຍັງໄດ້ກ່າວອີກວ່າ ປະເທດໃນອາຊຽນສ່ວນໃຫຍ່ກໍຄືປະເທດຫວຽດນາມ, ໄທ ແລະ ອິນໂດເນເຊຍ ມີຕົວເລກຂອງຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍທີ່ສຸດຈົນເຮັດໃຫ້ລະບົບສາທາລະນະສຸກຮອງຮັບບໍ່ທັນ ແລະ ປະຊາຊົນຍັງໄດ້ຮັບວັກຊີນບໍ່ພຽງພໍ.