ສະຫະປະຊາຊາດລະບຸ ປີນີ້ໂລກຮ້ອນທີ່ສຸດໃນຮອບ 14 ປີ!

NjpUs24nCQKx5e1DGn8O6LKnPQeYYchH50uGGetmYwi

 

ອົງການສະຫະປະຊາຊາດ ລາຍງານສະຖານະການໂລກຮ້ອນ ໂດຍລະບຸປີ 2014 ອາກາດຮ້ອນຫລາຍທີ່ສຸດໃນຮອບ

14 ປີ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 4 ທັນວາຜ່ານມານີ້ວ່າ ອົງການອຸຕຸນິຍົມວິທະຍາໂລກ ຂອງສະຫະປະຊາ

ຊາດ ໄດ້ສະເໜີລາຍງານກ່ຽວກັບສະຖານະການພາວະໂລກຮ້ອນ ຕໍ່ກອງປະຊຸມວ່າດ້ວຍການປ່ຽນແປງຂອງສະພາບ

ພູມອາກາດທີ່ນະຄອນຫລວງລິມາ ເມືອງຫລວງຂອງເປລູ ເມື່ອວັນທີ 3 ທັນວາທີ່ຜ່ານມາ ໂດຍລະບຸວ່າ ປີ 2014 ເປັນ

ປີທີ່ມີອາກາດຮ້ອນທີ່ສຸດໃນຮອບ 14 ປີ ໂດຍພູມອາກາດເໜືອພື້ນດິນ ແລະ ທ້ອງທະເລ ໃນຊ່ວງເດືອນມັງກອນ ຫາ

ເດືອນຕຸລາ ໄດ້ເພີ່ມສູງຂຶ້ນ 0.57 ອົງສາ ເຊິ່ງສູງກ່ວາອຸນຫະພູມສະເລ່ຍ ຢູ່ທີ່ 14 ອົງສາ ໃນລະຫວ່າງປີ 1961 – 1998.

 

ອົງການອຸຕຸນິຍົມວິທະຍາໂລກ ຍັງໄດ້ຊີ້ໃຫ້ເຫັນອີກວ່າ ຖ້າອີກ 2 ເດືອນທີ່ເຫລືອຂອງປີນີ້ ເປັນໄປຕາມການຄາດການ

ໄວ້ນັ້ນ ຈະເຮັດໃຫ້ປີນີ້ເປັນປີທີ່ອາກາດຮ້ອນທີ່ສຸດເທົ່າທີ່ມີການບັນທຶກໃນຊ່ວງ 14-15 ປີ ຂອງສະຕະວັດທີ 21 ເພາະ

ອຸນຫະພູມສູງກ່ວາຫລາຍປີທີ່ຜ່ານມາ.