ສະຫະກອນສິນເຊື່ອພູຄູນ ປ່ອຍເງິນກູ້ດອກເບ້ຍ 2% ແກ່ປະຊາຊົນ

ໃນຕອນບ່າຍຂອງວັນທີ10 ຕຸລາ 2017 ນີ້ ຢູ່ທີ່ຫ້ອງການສະຫະກອນສິນເຊື່ອເງິນຝາກປະຢັດປະຈໍາເມືອງພູຄູນໄດ້ຈັດພິທີການປ່ອຍເງິນກູ້ໃຫ້ແກ່ຊາວກະສີກອນກຸ່ມປູກຜັກອິນຊີ ບ້ານຜາຫຼັງໝູ ກຸ່ມໂພນໄຊ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳພັນ ພະນິນທອງ ຮອງເຈົ້າເມືອງພູຄູນ ປະທານສະພາບໍລິຫານສະຫະກອນສິນເຊືອເງິນຝາກປະຢັດປະຈຳເມືອງພູຄູນ ມີຄະນະກຳມະການຄຸ້ມຄ້ອງສິນເຊື່ອຂັ້ນເມືອງ, ຕະຫຼອດຮອດສະມາຊິກສະຫະກອນເຂົ້າຮ່ວມ.

ການປ່ອຍເງິນກູ້ຂອງສະຫະກອນສິນເຊື່ອເງິນຝາກປະຢັດຫຼື ສສງ ປະຈຳເມືອງພູຄູນໃຫ້ແກ່ກຸ່ມປູກຜັກອິນຊີກໍເພື່ອຕອບສະໜອງແຫຼ່ງທຶນໃຫ້ແກ່ປະຊາຊົນເຂົ້າໃນການປູກຝັງ-ລ້ຽງສັດເປັນສິນຄ້າສົ່ງອອກ ເປັນການປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ພັດທະນາຊີວິດການເປັນຢູ່ໃຫ້ດີຂື້ນເທືອລະກ້າວ ເຊິ່ງການປ່ອຍເງິນກູ້ຄັ້ງນີ້ມີວົງເງິນທັງໝົດ 60ລ້ານກີບອັດຕາດອກເບ້ຍ 2%ຕໍ່ເດືອນ ໄລຍະເວລາກູ້ຢືມ 1 ປີ.

ກຸ່ມປູກຜັກອິນຊີບ້ານຜາຫຼັງໝູ່ ກຸ່ມໂພນໄຊ ເມືອງພູຄູນ ສ້າງຕັ້ງຂື້ນໃນວັນທີ 21 ພຶດສະພາ 2017ມີສະມາຊິກທັງໝົດ 25 ຄອບຄົວ, ມີເນື້ອທີປູກຜັກ 10 ເຮັກຕາເຊິ່ງມີຈຸດປະສົງຜະລິດພືດຜັກປອດສານຜິດຊະນິດຕ່າງໆອອກສູ່ຕະຫຼາດເພື່ອໃຫ້ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກທັງພາຍໃນເມືອງ ແລະ ຕ່າງແຂວງ.

ໃຫ້ກຽດຂື້ນມອບເງິນທຶນຈຳນວນດັ່ງກ່າວໂດຍ ທ່ານຄຳພັນ ພະນິນທອງ ຮອງເຈົ້າເມືອງ ປະທານສະພາບໍລິຫານສະຫະກອນສິນເຊື່ອເງິນຝາກປະຢັດໂດຍຊ່ອງໜ້າກັບອຳນາດການປົກຄອງບ້ານ ແລະ ສະມາຊິກພາຍໃນກຸ່ມເຂົ້າຮ່ວມເປັນສັກຂີພີຍານ.

ແຫຼ່ງຂ່າວ: ຂ່າວສານເມືອງພູຄູນ