ສະຫລົດ! ຊ່າງສ້ອມແປງ ຖືກເຄື່ອງຈັກເຮືອບິນດູດ ບົດຮ່າງກາຍຈົນແຫລກ ເສຍຊີວິດຄາທີ່ຢູ່ອິນເດຍ!

aHR0cDovL3BlMi5pc2Fub29rLmNvbS9ucy8wL3VkLzM4My8xOTE2NTA2L25ld3MxMy5qcGc=

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ທັນວານີ້ວ່າ ເກີດເຫດຊ່າງສ້ອມແປງພາກພື້ນດິນ ຂອງສະໜາມບິນມຸມໄບ ປະເທດອິນເດຍ ທ້າວ  Ravi Subramanian ຖືກເຄື່ອງຈັກຂອງເຮືອບິນ ສາຍການບິນອິນເດຍ ແອຣ໌ ຖ້ຽວບິນທີ AI619 ທີ່ກຳລັງຕິດຈັກ ລໍຖ້າຂຶ້ນບິນ ດູດເຂົ້າໄປພາຍໃນເຄື່ອງຈັກ ເສຍຊີວິດຄາທີ່ ໃນສະພາບຮ່າງກາຍ ຖືກບົດຈົນແຫລກລະອຽດ ຊຶ່ງເກີດຂຶ້ນກ່ອນເຮືອບິນລຳດັ່ງກ່າວ ຈະຂຶ້ນບິນພຽງ 4 ນາທີເທົ່ານັ້ນ.

ດ້ານປະທານຂອງສາຍການບິນດັ່ງກ່າວ ທ່ານ Ashwani Lohani ໄດ້ອອກມາກ່າວວ່າ ໃນຂະນະນີ້ ກຳລັງສືບສວນຫາສາເຫດທີ່ແທ້ຈິງ ແລະ ຂໍສະແດງຄວາມເສຍໃຈ ໄປຍັງຄອບຄົວຂອງຜູ່ເສຍຊີວິດ ໃນລະຫວ່າງກຳລັງເຮັດວຽກ ໃຫ້ແກ່ບໍລິສັດໃນຄັ້ງນີ້.