ສະວິດເຊີແລນແປຮູບກັນຊາວາງຂາຍໃນຊຸບເປີມາເກັດ

ປັດຈຸບັນກະແສກັນຊາກຳລັງໄດ້ຮັບຄວາມນິຍົມຢ່າງກວ້າງຂວາງ ດັ່ງນັ້ນ ຜູ້ປະກອບການດ້ານອາຫານລາຍໃຫຍ່ໃນສະວິດເຊີແລນຈຶ່ງໄດ້ນຳກັນຊາມາແປຮູບເປັນອາຫານຫຼາກຫຼາຍຊະນິດທັງຫວານ ແລະ ຄາວ ຊຶ່ງຫາຊື້ໄດ້ໃນຊຸບເປີມາເກັດຊື່ດັງທົ່ວປະເທດ.

ປະເທດສະວິດເຊີແລນຊຶ່ງເປັນປະເທດທີ່ມີເສດຖະກິດດີເປັນອັບດັບຕົ້ນໆຂອງໂລກ ຊຶ່ງໄດ້ເບິ່ງເຫັນປະໂຫຍດຂອງພືດກັນຊາສະໝຸນໄພ ແລະ ທາງກົດໝາຍລັດຖະບານໄດ້ອະນຸຍາດໃຫ້ທຸກຄົນສາມາດປູກໄດ້ຢ່າງເສລີ ປັດຈຸບັນມີຜູ້ປະກອບການດ້ານອາຫານລາຍໃຫຍ່ໄດ້ເບິ່ງເຫັນປະໂຫຍດ ແລະ ຄຸນຄ່າຂອງພືດຊະນິດນີ້ຈຶ່ງໄດ້ນຳມາແປຮູບເປັນຜະລິດຕະພັນອາຫານໃນຮູບແບບຕ່າງໆອອກຈຳໜ່າຍ.

ຂະນະທີ່ລາຄາຂອງຜະລິດຕະພັນທີ່ຜະລິດມາຈາກກັນຊາກໍຈະມີລາຄາສູງລື່ນສິນຄ້າປະເພດທົ່ວໄປເຖິງ 20-30%.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ