ສະມາຊິກສະຫະພາບເອີຣົບ ຫຼຸດການໃຊ້ກາສທຳມະຊາດ 15%

0
759

ສະມາຊິກສະຫະພາບເອີຣົບ ຫຼຸດການໃຊ້ກາສທຳມະຊາດ 15% ຫຼັງຈາກທີ່ບໍລິສັດແກສ ຂອງຣັດເຊຍປະກາດຫຼຸດປະລິມານກາສທີ່ຈະສົ່ງຂາຍໃນເອີຣົບ.

ຈາກການລາຍງານຂອງສຳນັກຂ່າວ ບີບີຊີ ໄດ້ລາຍງານວ່າ: ໃນວັນອັງຄານທີ 26 ກໍລະກົດ ສະມາຊິກສະຫະພາບເອີຣົບ 27 ປະເທດ ໄດ້ຕົກລົງກັນຫຼຸດການນຳໃຊ້ກາສທຳມະຊາດຈຳນວນ 15% ເປັນເວລາ 7 ເດືອນໂດຍເລີ່ມຕັ້ງແຕ່ເດືອນສິງຫາ ປີ 2022 ຫາ ເດືອນມີນາ ປີ 2023, ຫຼັງຈາກທີ່ຣັດເຊຍດຳເນີນການຫຼຸດປະລິມານແກສທຳມະຊາດທີ່ສົ່ງຜ່ານທໍ່ ນອດສຕີມ 1 ລົງເຫຼືອແຕ່ 20% ຈາກແຕ່ເກົ່າທີ່ເຄີຍສົ່ງ 40%.

ຂໍ້ຕົກລົງດັ່ງກ່າວ ແມ່ນເພື່ອຊ່ວຍໃຫ້ສະມາຊິກສະຫະພາບເອີຣົບ ສາມາດສຳຮອງເຊື້ອໄຟພຽງພໍໃນລະດູໜາວ ໂດຍມາດຕະການນີ້ຈະເປັນມາດຕະການບັງຄັບ ຖ້າວ່າປະລິມານກາສເຂົ້າຂັ້ນວິກິດ.

ແຕ່ຂໍ້ຕົກລົງລ່າສຸດ ອະນຸຍາດໃຫ້ບາງປະເທດທີ່ບໍ່ໄດ້ເຊື່ອມຕໍ່ກັບທໍ່ສົ່ງກາສຂອງ EU ເຊັ່ນ ອົດສະລັງ, ມານຕາ ແລະ ໄຊປຣັດ ໄດ້ຮັບການຍົກເວັ້ນຈາກຄຳສັ່ງນີ້ ເນື່ອງຈາກພວກເຂົາບໍ່ສາມາດຫາແຫຼ່ງກາສທຳມະຊາດຈາກທາອື່ນໄດ້.

ທັ້ງນີ້ ໃນເມື່ອກ່ອນຣັດເຊຍສົ່ງກາສທຳມະຊາດໃຫ້ເອີຣົບ 40% ຂອງກາສທັ້ງໝົດ ແຕ່ການຮັດສົງຄາມຂອງຣັດເຊຍ ເຮັດໃຫ້ປະເທດໃນຕາເວັນຕົກໄດ້ຂວ້ຳບາດຣັດເຊຍ.