ສະພາສີລັງກາ ເລືອກນາຍົກ ເປັນປະທານາທິບໍດີຄົນໃໝ່

0
891

ອີງຕາມການລາຍງານ​ຂ່າວ​ຈາກ​ ເວັບ​ໄຊ mcot.net ໃນວັນທີ 20 ກໍລະກົດ 2022, ບັນດາ ສະມາຊິກ​ ລັດຖະສະພາ ສີ​ລັງກາ ລົງ​ຄະ​ແນນ​ສຽງ ສະໜັບ​ ສະ​ໜູນ 134 ສຽງ ຈາກ​ທັງ​ໝົດ 225ສຽງ ​ເລືອກ​ເອົາ ​ທ່ານ ຣານີລ ວີກຣົມສິງ​ເຫ (Ranil Vikrom Singhe),ນາຍົກ ລັດຖະມົນຕີ 6 ສະ​ໄໝ ​ໃຫ້​ດຳລົງ ​ຕຳ​ແໜ່​ງ ​ເປັນ​ປະທານາທິບໍດີຄົນ​ໃໝ່

ພາຍຫລັງ​ ຮັກສາ​ການ ປະທານາ ທິບໍດີ ​ແທນ​ທ່ານ ​ໂກ​ຕາ​ບາ​ຍາ ຣາຊາປັກ​ຊາ (Gotabaya Rajapaksa), ທີ່​ລາ​ອອກ ​ຈາກ​ຕຳ​ແໜ່​ງ ຜ່ານ​ທາງ​ອີ​ເມລ ຫລັງ​ຈາກ ໜີ​ອອກ​ນອກ​ ປະ​ເທດ ​ເມື່ອ​ອາທິດ​ກ່ອນ​. ຂະນະ​ນີ້ ທ່ານ ຣານີລ ວີກຣົມສິງ​ເຫ ພວມ​ຂໍ​ຮັບ​ ການ​ຊ່ວຍ​ເຫລືອ ຈາກ​ກອງ​ທຶນ​ ການ​ເງິນ​ສາກົນ (IMF) ​ເພື່ອ​ແກ້​ໄຂ ​ວິ​ກິດ​ຂອງ​ປະ​ເທດ​ຢ່າງ​ຮີບ​ດ່ວນ.

ຂໍ້ມູນ: ຂປລ