ສະພາລັດເຊຍສະໜັບສະໜູນຮ່າງກົດໝາຍຫ້າມທະຫານໃຊ້ໂທລະສັບໃນເວລາປະຕິບັດງານ

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 12 ກຸມພາ 2019 ວ່າ ສະມາຊິກລັດຖະສະພາຣັດເຊຍລົງມະຕິສະໜັບສະໜູນຮ່າງກົດໝາຍສະບັບໜຶ່ງ ເຊິ່ງຫ້າມທະຫານໃຊ້ໂທລະສັບໂພສຮູບ ຫຼື ຂໍ້ຄວາມລົງສື່ອອນລາຍ ແລະ ຫ້າມໃຫ້ຂໍ້ມູນກັບສື່ມວນຊົນໃນລະຫວ່າງປະຕິບັດໜ້າທີ່.

ຄວາມເຄື່ອນໄຫວດັ່ງກ່າວມີຂຶ້ນຫຼັງຈາຜູ້ສື່ຂ່າວໃຊ້ຮູບຖ່າຍ ແລະ ວິດີໂອທີ່ທະຫານໂພສລົງສື່ສັງຄົມອອນລາຍສຳລັບເຂົ້າເຖິງຂໍ້ມູນກ່ຽວກັບການເຂົ້າໄປພົວພັນໃນສົງຄາມຊີຣີ ແລະ ຍູເຄນຂອງກອງທັບລັດເຊຍ, ເຊິ່ງກອງທັບລັດເຊຍຫາທາງມາດົນໃນການຈຳກັດທະຫານຕໍ່ການໃຊ້ສື່ອອນລາຍເພື່ອຫຼີກລ່ຽງການຮົ່ວໄຫລຂອງຂໍ້ມູນຕ່າງໆ. 

ຄະນະກຳມະທິການປ້ອງກັນປະເທດສະພາດູມາ ຜູ້ຮ່າງກົດໝາຍສະບັບນີ້ລະບຸວ່າ ມີເປົ້າໝາຍຮັບປະກັນຄວາມໝັ້ນຄົງຂອງຊາດໃນແງ່ຂອງຂໍ້ມູນຂ່າວສານ ແລະ ເພື່ອປົກປ້ອງຂໍ້ມູນທີ່ບໍ່ໄດ້ຖືກຈັດຢູ່ໃນຊັ້ນລັບທີ່ສຸດທາງທະຫານ. ຮ່າງກົດໝາຍສະບັບນີ້ຫ້າມທະຫານຂອງກອງທັບນຳອຸປະກອນເອເລັກໂຕນິກຕ່າງໆທີ່ສາມາດໂພສວິດີໂອ ແລະ ຮູບເທິງສື່ສັງຄົມອອນລາຍ ຫຼື ເຜີຍໃຫ້ເຫັນຕຳແໜ່ງສະຖານທີ່ຕັ້ງຂອງພວກເຂົາ.

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້ມັດ
ແຫຼ່ງຂໍ້ມູນ: mgronline