ສະພາບນ້ຳຖ້ວມທາງໃນຢາມຝົນເປັນບັນຫາແກ້ໄຂຍາກ

SONY DSC

 

ແຕ່ລະປີພໍຮອດລະດູຝົນ ເສັ້ນທາງຫລາຍສາຍໃນນະຄອນຫລວງວຽງຈັນ ມັກຈະມີນ້ຳຖ້ວມ

ແລະ ປີນີ້ກໍເຊັ່ນດຽວກັນ ພໍຮອດລະດູຝົນເສັ້ນທາງຫຼາຍສາຍໄດ້ເກີດນ້ຳຖ້ວມ ເປັນຕົ້ນແມ່ນ

ເສັ້ນທາງທີ່ຢູ່ບໍລິເວນຕ່ຳ, ເວລາມີຝົນຕົກແຮງມັກເກີດນ້ຳຖ້ວມ ສົ່ງຜົນໃຫ້ການສັນຈອນໄປ

ມາພົບຄວາມຫຍຸ້ງຍາກ, ເຮືອນຊານທີ່ຕັ້ງຢູ່ບໍລິເວນພື້ນທີ່ຕ່ຳກໍໄດ້ຮັບຜົນກະທົບບໍ່ໜ້ອຍ,

ຕົ້ນຕໍແມ່ນເກີດມາຈາກຮ່ອງລະບາຍນ້ຳອັດຕັນ, ເຮັດໃຫ້ນ້ຳລະບາຍອອກບໍ່ທັນບວກກັບຮ່ອງ

ລະບາຍນ້ຳມີສິ່ງກີດຂວາງ ບໍ່ໄດ້ຮັບການບົວລະບັດຮັກສາ.

 

ດັ່ງນັ້ນ, ຈຶ່ງສະເໝີໃຫ້ອຳນາດການປົກຄອງ ກໍຄືຂະແໜງການກ່ຽວຂ້ອງ ແລະ ສັງຄົມ ຕ້ອງໄດ້

ເປັນເຈົ້າການບົວລະບັດປົວແປງ ແລະ ອະນາໄມຮ່ອງລະບາຍນ້ຳຕາມເສັ້ນທາງຕ່າງໆໃຫ້ດີ,

ເພື່ອເຮັດແນວໃດ ບໍ່ໃຫ້ ເກີດນ້ຳຖ້ວມ ແລ້ວຍັງຊ່ວຍເສັ້ນທາງໃຫ້ມີອາຍຸການໃຊ້ງານໄດ້ຍາວ

ນານ ແລະ ທັງເປັນການສ້າງໃຫ້ນະຄອນຫລວງວຽງ ຈັນມີຄວາມສະອາດງົດງາມ ແລະ ເປັນຕາ

ໜ້າຢູ່ຍິ່ງຂຶ້ນ.

 

ທີ່ມາ: http://laophatthananews.blogspot.com/2014/07/blog-post_33.html