ສະຖິຕິການນຳເຂົ້າ ແລະ ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ປະຈຳປີ 2019

ອີງຕາມການລາຍງານຈາກ ສຳນັກຂ່າວສານປະເທດລາວ ໃຫ້ຮູ້ວ່າ ກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ສຳເລັດການສັງລວມ ສະຖິຕິການນຳເຂົ້າ ແລະ ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ປະຈຳປີ 2019 ໂດຍແບ່ງອອກເປັນ 02 ຮູບແບບດ້ວຍກັນຄື: ແບບຝ່າຍດຽວ (GSP) ແລະ ແບບຕອບແທນກັນ ຫຼື ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ (FTA) ເຊິ່ງສາມາດບັນລຸໄດ້ປະມານ 1.328 ລ້ານກວ່າໂດລາ ກວມເອົາ 22,65% ຂອງມູນຄ່າການສົ່ງອອກທັງໝົດຂອງ ສປປ ລາວ ປະມານ 5.864 ລ້ານກວ່າໂດລາ. ຂະນະທີ່ ມູນຄ່າການນຳເຂົ້າ ພາຍໃຕ້ສິດທິພິເສດ ທາງການຄ້າແມ່ນປະມານ 665,92 ລ້ານໂດລາ ກວມເອົາ 11.60% ຂອງມູນຄ່າການນຳເຂົ້າ ທັງໝົດຂອງ ສປປ ລາວ ປະມານ 5.740 ລ້ານກວ່າໂດລາ.

ໃນ​ປີ 2019 ຜ່ານມາ ​ເມື່ອ​ສົມທຽບລະຫວ່າງ​ ສອງຮູບແບບການ​ສົ່ງ​ອອກ​ພາຍ​ໃຕ້​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ ເຫັນວ່າ ການສົ່ງອອກແບບຝ່າຍ​ດຽວ ມີ​ມູນຄ່າ​ພຽງ 327 ລ້ານກວ່າໂດ​ລາ​; ​ໃນ​ຂະນະ​ທີ່ການ​ສົ່ງ​ອອກ​ແບບ ​ຕອບ​ແທນ​ກັນ ມີ​ມູນ​ຄ່າ​ສູງ​ກວ່າ 1.000 ລ້ານໂດ​ລາ​. ການ​ສົ່ງ​ອອກ​ແບບ​ຕອບ​ແທນ​ກັນ ກວມ​ເອົາ​ອັດຕາ​ສ່ວນຫຼາຍ ຂອງ​ການ​ສົ່ງ​ອອກ​ພາຍ​ໃຕ້​ສິດທິ​ພິ​ເສດ​ທາງ​ການ​ຄ້າ ປະມານ 75,32%.​​

ໃນ​ປີ 2019 ສປປ ລາວ ​ສົ່ງ​ອອກ​ພາຍໃຕ້ສິດທິພິເສດທາງການຄ້າ ໄປຍັງ 38 ປະ​ເທດ ເຊັ່ນ: ໄທຈີນຫວຽດນາມເຢຍລະມັນອິ​ຕາ​ລີຢີ່ປຸ່ນອັງກິດສະວີເດນໂປ​ໂລຍແບນ​ຊິກໂຮນ​ລັງດານ​ມາກປ໋ອກ​ຕຸຍ​ການກ​ຣົວ​ຊີ, ຟີ​ລິບ​ປິນ ແລະ ປະເທດອື່ນໆ ຕາມລຳດັບ. ໃນ​ນັ້ນ ປະ​ເທດ​ທີ່ມີ​ການ​ສົ່ງ​ອອກ​ໄປຫຼາຍກວ່າໝູ່ແມ່ນ ​ໄທ ມີມູນ​ຄ່າ​​ປະມານ 361 ລ້ານກວ່າໂດ​ລາ​ສະຫະລັດສປ ຈີນ 322 ລ້ານກວ່າ​ໂດ​ລາ​ ແລະ ຫວຽດນາມ 312 ລ້ານກວ່າໂດ​ລາ.

ສ່ວນປະເທດທີ່ ສປປ ລາວ ​ນໍາ​ເຂົ້າ​ພາຍໃຕ້ສິດທິພິເສດ ທາງການຄ້າມີທັງໝົດ 33 ປະ​ເທດເຊັ່ນ: ໄທຈີນຫວຽດນາມຢີ່ປຸ່ນອິ​ນ​ໂດ​ເນ​ເຊຍອັງ​ກິດ ອາ​ເມ​ລິ​ກາສະ​ຫະ​ນະ​ຄອນ​ອາ​ເມ​ຣັດສ ເກົາຫລີອິນ​ເດຍເຢຍ​ລະ​ມັນມາ​ເລ​ເຊຍສິງ​ກະ​ໂປໄຕ້​ຫວັນ, ໂອ​ຕ​ຣິດ ແລະ ອື່ນໆ ຕາມລຳດັບ. ໃນນັ້ນປະ​ເທດ​ທີ່ມີ​ການ​ນຳ​ເຂົ້າຫຼາຍກວ່າໝູ່ແມ່ນ ​ໄທ ມີມູນ​ຄ່າ​ປະມານ  380 ລ້ານກວ່າ​ໂດ​ລາ​ສປ ຈີນ 98 ລ້ານກວ່າໂດ​ລາ ​ແລະ ສສ ຫວຽດ​ນາມ 86 ລ້ານກວ່າໂດ​ລາ​.

 

ຮຽບຮຽງຂ່າວ: ພຸດສະດີ