ສະຖານີຂົນສົ່ງໂດຍສານສາຍໃຕ້-ສາຍຕ່າງປະເທດປິດບໍລິການຊົ່ວຄາວແລ້ວ

ສຳນັກຂ່າວສານປະເທດລາວລາຍງານໃຫ້ຮູ້ວ່າ ສະຖານີຂົນສົ່ງໂດຍສານທາງໄກສາຍໃຕ້-ສາຍຕ່າງປະເທດ ໄດ້ປະຕິບັດຕາມຄຳສັ່ງ ຂອງນາຍົກລັດຖະມົນຕີ ໂດຍໄດ້ປິດໃຫ້ບໍລິການຂົນສົ່ງຜູ້ໂດຍສານ ຢ່າງເປັນທາງການແລ້ວ ນັບແຕ່ເວລາ 20:00 ຂອງວັນທີ 31 ມີນາ ໄປຈົນເຖິງວັນທີ 19 ເມສາ 2020 ເພື່ອຕ້ານການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ບໍ່ໃຫ້ເພີ່ມຂຶ້ນ.

ທ່ານ ສຸກສະຫວາດ ສີສຸກ ຜູ້ຈັດການທົ່ວໄປ ສະຖານີຂົນສົ່ງໂດຍສານທາງໄກສາຍໃຕ້-ສາຍຕ່າງປະເທດ ລາຍງານໃຫ້ຮູ້ໃນວັນທີ 1 ເມສາ 2020 ວ່າ: ນັບແຕ່ເລີ່ມປິດໃຫ້ບໍລິການ ຂົນສົ່ງຜູ້ໂດຍສານ ພາກສ່ວນກ່ຽວຂ້ອງຂອງສະຖະນີ ກໍໄດ້ເອົາໃຈໃສ່ເພີ່ມທະວີປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ຢ່າງເຂັ້ມງວດ ໂດຍປະຕິບັດຕາມຄໍາສັ່ງ, ຄໍາແນະນໍາ ແລະ ວິທີການປ້ອງກັນຕ່າງໆຈາກຂັ້ນເທິງ ກໍຄື ຂະແໜງການທີ່ກ່ຽວຂ້ອງ ໂດຍໄດ້ທຳຄວາມສະອາດບໍລິ ເວນຕ່າງໆ ພາຍໃນອາຄານ ໂດຍການສີດຢາຄ້າເຊື້ອ, ຈຳກັດຄົນເຂົ້າ-ອອກ ແລະ ອື່ນໆ. ພ້ອມທັງໄດ້ຮ່ວມກັບເຈົ້າໜ້າທີ່ ເມືອງໄຊທານີ, ເຈົ້າໜ້າທີ່ກຸ່ມບ້ານ ແລະ ພະນັກງານພາຍໃນສະຖານນີຂົນສົ່ງ ຈັດເວນຢາມຕະຫລອດ 24 ຊົ່ວໂມງ ເພື່ອຮັກສາຄວາມປອດໄພ ໂດຍສະເພາະ ຫ້າມຄົນນອກບໍ່ໃຫ້ເຂົ້າມາ ຍົກເວັ້ນຜູ້ທີ່ມາພົວພັນເອົາລົດທີ່ຝາກໄວ້.

 

ຮຽບຮຽງຂ່າວ: ພຸດສະດີ