ສະຖານທູດ ສ.ເກົາຫລີ ສະຫຼອງວັນຊາດຄົບຮອບ 71 ປີ

0
1563

ສະຖານທູດ ສ.ເກົາຫລີປະຈໍາ ສປປ ລາວສະເຫລີມສະຫລອງວັນຊາດຂອງຕົນຄົບຮອບ 71 ປີ ໃນວັນທີ 6 ຕຸລາ 2016 ທີ່ນະຄອນຫລວງວຽງຈັນ ຂະນະທີ່ ສ.ເກົາຫລີຖືກຈັດອັນດັບທີ 4 ຂອງການລົງທຶນຕ່າງປະເທດທັງໝົດທີ່ມີຢູ່ໃນ ສປປ ລາວ.
ການສະເຫລີມສະຫລອງວັນຊາດດັ່ງກ່າວນີ້ໂດຍໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ນາງ ຄໍາເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສປປ ລາວ, ທ່ານ ຍຸນ ຄັງ ຮຸນ( Mr. YUN Kang-hyeon) ເອກອັກຄະລັດຖະທູດ ສາທາລະນະລັດເກົາຫລີປະຈໍາ ສປປ ລາວ ພ້ອມບັນດາທູດ ຕານູທູດ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຍຸນ ຄັງ ຮຸນໄດ້ກ່າວວ່າ: ຕົນເອງມີຄວາມຮູ້ສຶກເປັນກຽດ ແລະ ພູມໃຈທີ່ໄດ້ຈັດງານລ້ຽງຕ້ອນຮັບບັນດາທ່ານໃນໂອກາດສະເຫລີມສະຫລອງວັນຊາດ ສ.ເກົາຫລີຄົບຮອບ 71 ປີ ເຊິ່ງເປັນຂີດໝາຍສໍາຄັນອັນໃຫຍ່ຫລວງທີ່ປະຊາຊົນຊາວເກົາຫລີກໍຄື ສາທາລະນະລັດເກົາຫລີຍາດມາໄດ້ເປັນຜົນສໍາເລັດອັນຍິ່ງໃຫຍ່ ພ້ອມນີ້ຕົນເອງກໍມີຄວາມສຸກ ແລະ ໄດ້ຮັບກຽດເຊັ່ນດຽວກັນທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນເອກອັກຄະລັດຖະທູດ ສາທາລະນະລັດເກົາຫລີປະຈໍາ ສປປ ລາວຄົນໃໝ່ ເຊິ່ງຈະສືບຕໍ່ການປະກອບສ່ວນສໍາຄັນເພື່ອຮັດແໜ້ນສາຍພົວພັນການຮ່ວມມືສອງຝ່າຍໃຫ້ມີຄວາມໝັກແໜ້ນຍິ່ງໆຂຶ້ນ ພິເສດ ທ່ານ ນາງ ປັກ ກືນ ເຮ ປະທານາທິບໍດີ ສາທາລະນະລັດເກົາຫລີໄດ້ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 28-29 ແລະ ບັນດາກອງປະຊຸມສຸດຍອດປິ່ນອອ້ມທີ່ ສປປ ລາວເປັນເຈົ້າພາບນັ້ນຍິ່ງເຮັດໃຫ້ສອງປະເທດ ແລະ ປະຊາຊາດມີຄວາມສະໜິດສະໝົມກັນຍິ່ງໆຂຶ້ນ.
ສປປ ລາວ ແລະ ສ ເກົາຫລີໄດ້ສືບຕໍ່ເພີ່ມທະວີການຮ່ວມດ້ານເສດຖະກິດຕ່າງຝ່າຍຕ່າງມີຜົນໂດຍສະເພາະດ້ານການຄ້າ, ການລົງທຶນ. ໃນປີ 2015 ຜ່ານມາ ສປປ ລາວໄດ້ສົ່ງສິນຄ້າໄປ ສ ເກົາເຫລີບັນລຸ 22 ລ້ານກວ່າໂດລາສະຫະລັດ ທຽບໃສ່ປີ 2014 ເພີ່ມຂຶ້ນ 52% ໃນປະກອບມີຜະລິດຕະພັນກະສິກໍາ, ແຮທາດ ແລະ ອື່ນໆ ຂະນະທີ່ ສ ເກົາຫລີສົ່ງສິນຄ້າມາ ສປປ ລາວບັນລຸ 170 ລ້ານກວ່າໂດລາສະຫະລັດເພີ່ມຂຶ້ນ 9.2 % ທຽບໃສ່ປີ 2014 ໃນນັ້ນປະກອບມີຍານພາຫະນະ, ເຄື່ອງກົນຈັກ, ໂທລະສັບມືຖື, ວັດສະດຸກໍ່ສ້າງ ແລະ ອື່ນໆ.
ແນວໃດກໍດີ ຍອດສະສົມການລົງທຶນຂອງ ສ ເກົາຫລີ ໃນ ສປປ ລາວໄດ້ຈັດຢູ່ອັນດັບທີ 4 ຂອງການລົງທຶນປະເທດທັງໝົດ, ມູນຄ່າປະມານ 800 ລ້ານກວ່າໂດລາສະຫະລັດໃນຈໍານວນ 257 ໂຄງການ.

ຂ່າວ: ສຳນັກຂ່າວສານປະເທດລາວ